ແຕ່ວັນທີ 1 ກໍລະກົດ ປີ 2025, ຮຶງອຽນ ໄດ້ດຳເນີນການເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢ່າງເປັນທາງການ (ຂັ້ນແຂວງ ແລະ ຕາແສງ). ນີ້ແມ່ນບາດກ້າວເດີນທີ່ມີລັກສະນະບຸກທະລຸ ໃນການປະຕິຮູບກົງຈັກການຈັດຕັ້ງລັດ ຕາມແຜນນະໂຍບາຍໃຫຍ່ຂອງພັກ. ໃນການຜັນຂະຫຍາຍເປັນເວລາກວ່າ 4 ເດືອນ, ບັນດາການຫັນປ່ຽນຢ່າງຕັ້ງໜ້າ, ຈະແຈ້ງ ໄດ້ຢັ້ງຢືນລັກສະນະທີ່ຖືກຕ້ອງ, ທັນການຂອງແຜນນະໂຍບາຍ, ພ້ອມທັງໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈປ່ຽນແປງໃໝ່, ກ້າຄິດກ້າທຳຂອງແຂວງ ຮຶງອຽນ ບົນເສັ້ນທາງສ້າງພື້ນຖານການບໍລິຫານທີ່ທັນສະໄໝ, ບັນລຸປະສິດທິພາບ, ປະສິດທິຜົນ.
ໂດຍແມ່ນທ້ອງຖິ່ນທຳອິດຢູ່ເຂດທົ່ງພຽງທາງພາກເໜືອ ຫວຽດນາມ ໄດ້ຜັນຂະຫຍາຍຮູບແບບ ອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ, ຮຶງອຽນ ໄດ້ດຳເນີນການຊັບຊ້ອນຮອບດ້ານລະບົບອົງການບໍລິຫານ, ຫົວໜ່ວຍພາລະກິດຕາມທິດກະທັດລັດ, ຄົບຊຸດ ແລະ ສອດຄ່ອງກັບຕົວຈິງ.
ພາຍຫຼັງໄດ້ດຳເນີນຮູບແບບໃໝ່, ບັນດາສູນບໍລິການບໍລິຫານລັດຂອງແຂວງ ແລະ ບັນດາຕາແສງໄດ້ເຂົ້າເຄື່ອນໄຫວຢ່າງຄົບຊຸດ. ໜຶ່ງໃນບັນດາການປ່ຽນແປງໃໝ່ທີ່ພົນເດັ່ນ ແມ່ນເລື່ອງ ປຊຊ ສາມາດສົ່ງສຳເນົາເອກະສານຢູ່ບໍ່ວ່າສະຖານທີ່ບໍລິຫານແຫ່ງໃດໃນແຂວງ.
ນີ້ແມ່ນບາດກ້າວເດີນສຳຄັນ ໃນການປະຕິຮູບລະບຽບການບໍລິຫານ, ຢັ້ງຢືນເປົ້າໝາຍ “ອຳນາດການປົກຄອງຮັບໃຊ້” ແທນໃຫ້ “ອຳນາດການປົກຄອງຄຸ້ມຄອງ”. ປຊຊ ຫຼາຍຄົນໄດ້ສະແດງຄວາມພຶງພໍໃຈ ຂະນະທີ່ໄດ້ຮັບການແກ້ໄຂລະບຽບການໄວກວ່າ, ທ່າທີຕ້ອນຮັບ ປຊຊ ມີມາດຖານ ແລະ ມີຄວາມຮັບຜິດຊອບ:
ພະນັກງານຮັບໃຊ້ບໍລິຫານລັດໄດ້ຕ້ອນຮັບ ປຊຊ ດ້ວຍຄວາມສຸດຈິດສຸດໃຈ ແລະ ເຮັດລະບຽບການບໍລິຫານໄວກວ່າກ່ອນນີ້. ເມື່ອເຂົ້າມາກໍ່ມີພະນັກງານແນະນຳວ່າຕ້ອງພົບກັບຜູ້ໃດເພື່ອແກ້ໄຂລະບຽບການບໍລິຫານ, ຖືກກັບຈຸດປະສົງຂອງເຮົາ ເພື່ອແກ້ໄຂເອກະສານຢ່າງວ່ອງໄວ. ອະທິບາຍ ແນະນຳຈະແຈ້ງ, ດັ່ງນັ້ນເຮັດກໍ່ໄວທີ່ສຸດ.
ຖ້າຫາກວ່າເມື່ອກ່ອນນີ້, ແຕ່ລະຕາແສງມີກົງຈັກບໍລິຫານສະເພາະ ເຮັດໃຫ້ວຽກງານຄຸ້ມຄອງບໍ່ຮັດກຸມ, ໃນຂະນະທີ່ກຳລັງແຮງທາງການເງິນຖືກຈຳກັດ, ກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການລົງທຶນສ້າງພື້ນຖານໂຄງລ່າງຊົນນະບົດໃໝ່ນັ້ນ, ແຕ່ປະຈຸບັນ, ພາຍຫຼັງໄດ້ໂຮມຫຼາຍຕາແສງເຂົ້ານຳກັນ, ກົງຈັກອຳນາດການປົກຄອງໄດ້ກະທັດລັດລົງ, ງົບປະມານໝູນໃຊ້ກົງຈັກໄດ້ປະຢັດກວ່າ, ສ້າງເງື່ອນໄຂເພື່ອໃຫ້ທ້ອງຖິ່ນສຸມແຫຼ່ງກຳລັງລົງທຶນພັດທະນາ. ທ່ານ ຫງວຽນຫຶ້ວເຢືອງ ປະທານຄະນະກຳມະການ ປຊຊ ຕາແສງ ຕຽນຕຽນ, ແຂວງ ຮຶງອຽນ ແບ່ງປັນວ່າ:
ເພື່ອພັດທະນາເສດຖະກິດສັງຄົມ, ພິເສດແມ່ນຍົກສູງຄຸນນະພາບບັນດາຄາດໝາຍກໍ່ສ້າງຊົນນະບົດໃໝ່, ພວກຂ້າພະເຈົ້າໄດ້ກວດກາຄືນທຸກຄາດໝາຍ, ພິເສດແມ່ນການກໍ່ສ້າງບັນດາເສັ້ນທາງຄົມມະນາຄົມບ້ານ ເພື່ອເຮັດແນວໃດຈະຈັດແບ່ງທຶນໃຫ້ເໝາະສົມ, ບັນລຸປະສິດທິຜົນ.
ທ່ານ ຟ້າມວັນເຟືອງ ປະທານຄະນະກຳມະການ ປຊຊ ເທດສະບານ ເວືອງ, ຕາແສງ ຕຽນລື້, ແຂວງ ຮຶງອຽນ ຢືນຢັນວ່າ:
ພາຍຫຼັງເວລາ 4 ເດືອນທີ່ໄດ້ໂຮມຫຼາຍຕາແສງເຂົ້ານຳກັນ, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງທັງລະບົບການເມືອງ, ການຊີ້ນຳຕິດແທດກັບຕົວຈິງ, ທັງໝົດບັນດາພາກສ່ວນວິຊາສະເພາະ, ພະນັກງງານ ລັດຖະກອນໄດ້ເຂົ້າຮ່ວມ, ຖືກຕ້ອງຕາມຈິດໃຈຂອງການນຳທ້ອງຖິ່ນ, ໂດຍສະເພາະແມ່ນການປະຕິຮູບລະບຽບການບໍລິຫານຮັບໃຊ້ ປຊຊ. ອາດເວົ້າໄດ້ວ່າ ມາຮອດຈຸດເວລານີ້, ໂດຍພື້ນຖານແລ້ວ, ບັນດາການເຄື່ອນໄຫວນີ້ໄດ້ດຳເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນທີ່ໄດ້ວາງອອກ.
ຍ້ອນໄດ້ໝູນໃຊ້ສິດເປັນຈົ້າການໃນການດຶງດູດເງິນລົງທຶນ, ການວາງແຜນຜັງທີ່ດິນ, ການພັດທະນາຕົວເມືອງ ແລະ ຍົກສູງຊົນນະບົດໃໝ່ຢ່າງມີປະສິດທິຜົນ, ບັນດາຫົວໜ່ວຍບໍລິຫານໃໝ່ຂອງ ຮຶງອຽນ ໄດ້ຕິດພັນລະຫວ່າງການຄຸ້ມຄອງບໍລິຫານ ກັບຄຳຮຽກຮ້ອງພັດທະນາອຸດສາຫະກຳ, ຕົວເມືອງ ແລະ ການບໍລິການເປັນຢ່າງດີກວ່າ. ທ່ານ ເຈິ່ນກວາງບິ່ງ ສະມາຊິກພັກຕາແສງ ຕຽນລື້ ແຂວງ ຮຶງອຽນ ກ່າວວ່າ:
ໃນເບື້ອງຕົ້ນກໍ່ມີຄວາມເປັນກັງວົນ ແຕ່ປະຈຸບັນ, ພະນັກງານ, ສະມາຊິກພັກ ແລະ ປຊຊ ກໍ່ມີຄວາມເຊື່ອມໝັ້ນ 100%. ຈາກຫົວໜ່ວຍນ້ອຍ, ໂຮມເຂົ້າເປັນຫົວໜ່ວຍໃຫຍ່ ແຕ່ໄດ້ເຂົ້າຮ່ວມການສ້າງບັນດາໂຄງການ, ແຜນການຜັນຂະຫຍາຍຢ່າງທັນການ. ມາຮອດປະຈຸບັນ, ສະພາບພັດທະນາເສດຖະກິດສັງຄົມໄດ້ຮັບການຮັບປະກັນໃຫ້ເປັນຢ່າງດີ.
ໂດຍລວມແລ້ວ, ການຫັນປ່ຽນຢ່າງຈະແຈ້ງໃນການດຳເນີນການເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢູ່ ຮຶງອຽນ ແມ່ນການສົມທົບລະຫວ່າງການເຮັດໃຫ້ກົງຈັກໃຫ້ກະທັດລັດ, ຫັນການບໍລິຫານເປັນທັນສະໄໝ ແລະ ເພີ່ມທະວີການຮັບໃຊ້ ປຊຊ. ນີ້ແມ່ນພື້ນຖານສຳຄັນ ຊ່ວຍໃຫ້ແຂວງເສີມຂະຫຍາຍທ່າໄດ້ປຽບ ພາຍຫຼັງໄດ້ຊັບຊ້ອນຫົວໜ່ວຍບໍລິຫານ, ມຸ່ງໄປເຖິງເປົ້າໝາຍກາຍເປັນແຂວງອຸດສາຫະກຳພັດທະນາ, ທັນສະໄໝໃນເຂດນະຄອນຫຼວງ. ສະພາບຕົວຈິງໃນການເຄື່ອນໄຫວດັ່ງກ່າວ ໃນເບື້ອງຕົ້ນໄດ້ຢັ້ງຢືນວ່າ ຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢູ່ ຮຶງອຽນ ແມ່ນສອດຄ່ອງກັບທ່າອ່ຽງພັດທະນາ ແລະ ຄຳຮຽກຮ້ອງຂອງຍຸກສະໄໝໃໝ່./.