ໂດຍກຳນົດພະລັງງານແມ່ນເສັ້ນເລືອດຂອງພື້ນຖານເສດຖະກິດ, ແມ່ນເສົາຄ້ຳຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຫວ່າງມໍ່ໆມານີ້ ຫວຽດນາມ ໄດ້ປະກາດໃຊ້ມະຕິສະບັບເລກທີ 70 – NQ/TW ຂອງສູນກາງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ຮອດປີ 2030, ວິໄສທັດຮອດປີ 2045. ນີ້ແມ່ນບາດກ້າວຍຸດທະສາດ, ຕອບສະໜອງການຮັບປະກັນຄວາມໝັ້ນຄົງແບບໃໝ່ຂອງຍຸກສະໄໝຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ.
ມະຕິສະບັບເລກທີ 70 ໄດ້ປະກາດໃຊ້ໃນສະພາບການໂລກພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍຫຼາຍຢ່າງ ເຊັ່ນ: ວິກິດການດ້ານພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການແກ້ງແຍ້ງພູມີສາດການເມືອງ ແລະ ການຫັນປ່ຽນບັນດາລະບົບສະໜອງທົ່ວໂລກ.
ສຳລັບ ຫວຽດນາມ, ປະເທດທີ່ມີລະດັບການເຕີບໂຕສູງ, ຄວາມຕ້ອງການດ້ານພະລັງງານນັບມື້ນັບຫຼາຍຂຶ້ນ, ການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອພັດທະນາເສດຖະກິດແບບຍືນຍົງ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.
ຫຼາຍການກຳນົດທິດທີ່ມີລັກສະນະບຸກທະລຸ
ມະຕິສະບັບເລກທີ 70 ໄດ້ວາງອອກຫຼາຍການກຳນົດທິດທີ່ມີລັກສະນະບຸກທະລຸ. ໃນນັ້ນ ມີການປະຕິຮູບລະບອບລະບຽບການຢ່າງແຮງ. ມະຕິສະບັບເລກທີ 70 ວາງຈຸດສຸມເຂົ້າໃນການປ່ຽນແປງໃໝ່ກົນໄກ, ນະໂຍບາຍ ແລະ ການຄຸ້ມຄອງລັດ, ຈາກການສ້າງກອບນິຕິກຳໃຫ້ສົມບູນແບບ, ສ້າງຕະຫຼາດໄຟຟ້າແກ້ງແຍ້ງ, ຕະຫຼອດຮອດກົນໄກລາຄາໄຟຟ້າທີ່ໂປ່ງໃສ. ທ່ານຫົວໜ້າຄະນະນະໂຍບາຍຍຸດທະສາດສູນກາງພັກ ຄອມມູນິດ ຫຽດນາມ ຫງວຽນແທງງິ ຢັ້ງຢືນວ່າ:
“ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບເພື່ອກາຍເປັນທ່າໄດ້ປຽບແກ້ງແຍ້ງ, ພື້ນຖານອັນໝັ້ນແກ່ນ, ກຳລັງໜູນຢ່າງແຮງເພື່ອຊຸກຍູ້ການພັດທະນາພະລັງງານ. ມະຕິກຳນົດສ້າງພື້ນຖານນິຕິກຳໃຫ້ສົມບູນແບບ ເພື່ອແກ້ໄຂຈຸດອຸດຕັນຂອງລະບອບລະບຽບການ ໃຫ້ແກ່ບັນດາໂຄງການພະລັງງານ; ສ້າງກົນໄກພົ້ນເດັ່ນເພື່ອດຶງດູດ, ຜັນຂະຫຍາຍບັນດາໂຄງການພະລັງງານສຳຄັນ, ຮີບເຮັ່ງ. ພ້ອມກັນນັ້ນ ກໍສ້າງນະໂຍບາຍການເງິນໃຫ້ສົມບູນແບບເພື່ອລະດົມບັນດາແຫຼ່ງເງິນລົງທຶນຈາກເອກະຊົນ, ການລົງທຶນຕ່າງປະເທດເຂົ້າໃນຂົງເຂດພະລັງງານໃຫ້ໄດ້ສູງສຸດ”.
ໄປຄຽງຄູ່ກັບການປ່ຽນແປງໃໝ່ກ່ຽວກັບລະບອບລະບຽບການ, ນະໂຍບາຍແລ້ວ, ມະຕິສະບັບດັ່ງກ່າວ ຍັງເນັ້ນໜັກເຖິງບັນດາເນື້ອໃນຈຸດສຸມ ເຊັ່ນ: ເປີດກວ້າງບົດບາດຂອງຂົງເຂດເອກະຊົນ; ພັດທະນາແຫຼ່ງພະລັງງານດ້ວຍຫຼາຍຮູບຫຼາຍແບບ, ເພີ່ມອັດຕາພະລັງງານສະອາດ, ໄຟຟ້ານິວເຄຼຍ; ຫັນລະບົບໄຟຟ້າ ແລະ ພື້ນຖານໂຄງລ່າງພະລັງງານເປັນທັນສະໄໝ; ຫຼຸດຜ່ອນການເອື່ອຍອີງຕໍ່ການນຳເຂົ້າ, ຮັບປະກັນຄວາມໝັ້ນຄົງຂອງແຫຼ່ງສະໜອງ…
ເປົ້າໝາຍເຊິ່ງມະຕິສະບັບເລກທີ 70 ໄດ້ວາງອອກ ບໍ່ພຽງແຕ່ແມ່ນຮັບປະກັນເງື່ອນໄຂຄົບຖ້ວນໃຫ້ແກ່ການເຕີບໂຕເທົ່ານັ້ນ, ຫາກຍັງວາງພື້ນຖານໃຫ້ແກ່ການຫັນປ່ຽນພະລັງງານຢ່າງຮອບດ້ານຢູ່ ຫວຽດນາມ. ຈຸດເນັ້ນໜັກສຳຄັນຂອງມະຕິສະບັບເລກທີ 70 ແມ່ນບາດກ້າວຫັນປ່ຽນຈິນຕະນາການຢ່າງແຮງ, ຈາກ “ການຮັບປະກັນການສະໜອງ” ໄປຍັງ “ການຮັບປະກັນຢ່າງໝັ້ນຄົງ, ເປັນເຈົ້າການດ້ານຄວາມໝັ້ນຄົງພະລັງງານ”. ທ່ານ ປອ ຢາງເຈິນເຕີຍ ນັກຊ່ຽວຊານດ້ານເສດຖະກິດ ໃຫ້ຂໍ້ສັງເກດວ່າ:
“ສິ່ງທີ່ໜ້າສົນໃຈແມ່ນມະຕິສະບັບເລກທີ 70 ໄດ້ກຳນົດພະລັງງານຕ້ອງໄປກ່ອນບາດກ້າວໜຶ່ງໃຫ້ແກ່ການພັດທະນາເສດຖະກິດ ດ້ວຍຄາດໝາຍ 25 ຫາ 30% ພະລັງງານທົດແທນ ແລະ ຮຽກຮ້ອງໃຫ້ບັນດາໂຮງງານກັ່ນຕອງນ້ຳມັນຕ້ອງຕອບສະໜອງໄດ້ຕ່ຳສຸດແມ່ນ 70% ຄວາມຕ້ອງການນ້ຳມັນທີ່ຈຳໜ່າຍຢູ່ພາຍໃນປະເທດ. ນີ້ແມ່ນບາດລ້ຽວສຳຄັນໃນຈິນຕະນາການຄວາມໝັ້ນຄົງພະລັງງານ, ຫັນຈາກການຮັບປະກັນການສະໜອງໄປສູ່ທ່າເປັນເຈົ້າການຢ່າງໝັ້ນແກ່ນ. ສິ່ງທີ່ຂ້າພະເຈົ້າຕີລາຄາສູງແມ່ນມະຕິສະບັບນີ້ ວາງອອກເປົ້າໝາຍບໍ່ພຽງແຕ່ມີໄຟຟ້າ, ນ້ຳມັນອາຍແກັດຢ່າງພຽງພໍເທົ່ານັ້ນ ຫາກຍັງມຸ່ງເຖິງການບັນລຸໄດ້ພະລັງງານສະອາດ, ຫຼຸດຜ່ອນການປ່ອຍອາຍພິດ. ພ້ອມດຽວກັນນັ້ນ, ກໍຮຽກຮ້ອງໃຫ້ມີຄວາມຄົບຊຸດແຕ່ລະບອບລະບຽບການຕະຫຼອດຮອດແຫຼ່ງທຶນຮອນ, ເຕັກໂນໂລຢີ, ຊັບພະຍາກອນມະນຸດ ແລະ ຕະຫຼາດແກ້ງແຍ້ງທີ່ປອດໂປ່ງ”.
ຕັດສິນໃຈປະຕິບັດຍຸດທະສາດຄວາມໝັ້ນຄົງພະລັງງານໃໝ່
ເພື່ອປະກອບສ່ວນຜັນຂະຫຍາຍປະຕິບັດມະຕິສະບັບເລກທີ 70 ກາຍເປັນການກະທຳລະອຽດ, ນຳຍຸດທະສາດຄວາມໝັ້ນຄົງພະລັງງານໃໝ່ ໃຫ້ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ, ກາຍເປັນກຳລັງໜູນນຳປະເທດຊາດພັດທະນາຢ່າງວ່ອງໄວ, ຍືນຍົງ, ໃນພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດ ຫວຽດນາມ (PetroVietnam) ໃນຕອນບ່າຍວັນທີ 21 ກັນຍາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເນັ້ນໜັກຄຳຮຽກຮ້ອງຢ່າງຈະແຈ້ງວ່າ ກຸ່ມບໍລິສັດເສດຖະກິດແຖວໜ້າປະເທດ, PetroVietnam ຕ້ອງເປັນຫົວໜ່ວຍນຳໜ້າຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ສວມບົດບາດແກ່ນສານໃນການຕອບສະໜອງແຫຼ່ງພະລັງງານທີ່ຈຳເປັນ.
“ຕ້ອງຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຢ່າງໝັ້ນແກ່ນ, ຕາມຮູບແບບ 3 ຊັ້ນ: ແຫຼ່ງພະລັງງານແບບເກົ່າທີ່ໝັ້ນທ່ຽງ, ມີໄຫວພິບ; ອາຍແກັດເຫຼວ, ການເກັບຮັກສາ ແລະ ແຫຼ່ງພະລັງງານໃໝ່ຄື ໄຟຟ້າແຮງລົມ, ໄຟຟ້ານິວເຄຼຍ. ເປັນເຈົ້າການສ້າງແຫຼ່ງກຳລັງສຳຮອງຍຸດທະສາດ, ດັດສົມແຫຼ່ງສະໜອງໃຫ້ສະໝ່ຳສະເໝີ, ມີໄຫວພິບ ຕິດພັນກັບຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງດ້ານປ້ອງກັນຊາດ ແລະ ເປັນເອກະລາດເປັນເຈົ້າຂອງດ້ານເສດຖະກິດ”.
ໃນຂະນະນັ້ນ, ຫຼາຍໂຄງການແຫຼ່ງໄຟຟ້າໃຫຍ່ ໄດ້ ແລະ ພວມຖືກນຳເຂົ້າເຄື່ອນໄຫວ. ລະບົບສາຍສົ່ງໄຟຟ້າແຫ່ງຊາດສືບຕໍ່ໄດ້ຮັບການເປີດກວ້າງ ແລະ ຍົກລະດັບ. ລັດຖະບານຊີ້ນຳເພີ່ມທະວີການນຳເຂົ້າ ຖ່ານຫີນ, LNG (ອາຍແກັດເຫຼວ) ເພື່ອຮັບປະກັນຄວາມປອດໄພໃນການສະໜອງໄຟຟ້າ. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ກໍຍູ້ແຮງການພັດທະນາພະລັງງານທົດແທນ.
ບັນດາຄວາມມານະພະຍາຍາມເຫຼົ່ານັ້ນ ໄດ້ຢັ້ງຢືນໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການສ້າງລະບົບພະລັງງານທັນສະໄໝ, ສີຂຽວ, ຍືນຍົງ, ປະກອບສ່ວນຫັນຄວາມຄາດຫວັງພັດທະນາປະເທດຊາດໃຫ້ວັດທະນາຖາວອນ, ຈະເລີນຮຸ່ງເຮືອງ ໃຫ້ປະກົດຜົນເປັນຈິງ/.