ຂ່າວສານ

“ບັ້ນ​ເຄື່ອ​ນ​ໄຫວ ກວາງ​ຈູງ” ຊ່ວຍ​ພໍ່​ແມ່​ປະ​ຊາ​ຊົ​ນ​ເຂດ​ປະ​ສົບ​ກັບ​ໄພ​ພິ​ບັດ​ທຳ​ມະ​ຊາດ​ແຂວງ ກວາງ​ງາຍ ມີ​ບ່ອນ​ຢູ່​ທີ່​ຖາ​ວອນໂດຍ​ໄວ

ເພື່ອຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຜູ້ອຳນວຍການຕຳຫຼວດແຂວງກວາງງາຍ ໄດ້ສ້າງບັນດາໜ່ວຍປະຕິບັດງານດ້ວຍພະນັກງານ, ນັກຮົບ 266 ຄົນເພື່ອປຸກສ້າງເຮືອນຊ່ວຍປະຊາຊົນ.
ພະນັກງານ, ນັກຮົບແຂວງ ກວາງງາຍ ປຸກສ້າງເຮືອນຊ່ວຍປະຊາຊົນ

ໃນການປະຕິບັດ “ບັ້ນເຄື່ອນໄຫວ ກວາງຈູງ” ໂດຍລັດຖະບານປຸກລະດົມ, ປັດຈຸບັນ ແຕ່ລະວັນ, ແຂວງ ກວາງງາຍ ໄດ້ລະດົມພະນັກງານ, ຕຳຫຼວດ, ທະຫານຮາບ, ສະມາຊິກຊາວໜຸ່ມປະມານ 150 ຄົນ ຮີບເຮັ່ງປຸກສ້າງ, ສ້ອມແປງເຮືອນຢູ່ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຢ່າງໜັກໜ່ວງຍ້ອນໄພພິບັດທຳມະຊາດ, ສູ້ຊົນປະຕິບັດສຳເລັດກ່ອນບຸນປີໃໝ່ປີມະເມຍ 2026.

        ທ່ານ ຟ້າມຊວັນກວາງ, ປະທານຄະນະກຳມະການປະຊາຊົນຕາແສງ ມັງຣີ, ແຂວງ ກວາງງາຍ, ໃຫ້ຮູ້ວ່າ:

        “ນອກຈາກການໜູນຊ່ວຍພໍ່ແມ່ປະຊາຊົນປູພື້ນກໍ່ສ້າງເຮືອນ, ພວກຂ້າພະເຈົ້າຍັງເຮັດທາງຄົມມະນາຄົມ. ກ່ອນອື່ນໝົດແມ່ນໜູນຊ່ວຍກໍ່ສ້າງທາງເພື່ອໃຫ້ພໍ່ແມ່ປະຊາຊົນໄປມາຫາສູ່ຢ່າງສະດວກ. ໃນຍາວນານ, ພວກຂ້າພະເຈົ້າພວມສະເໜີແຂວງ ໜູນຊ່ວຍແຫຼ່ງງົບປະມານເພື່ອລົງທຶນບັນດາພື້ນຖານໂຄງລ່າງສັງຄົມອື່ນໆ ເຊັ່ນ ໄຟຟ້ານຳໃຊ້ໃນຄົວເຮືອນ, ນ້ຳສະອາດ ແລະ ກໍ່ສ້າງຫໍວັດທະນະທຳຊຸມຊົນ”.

        ເພື່ອຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຜູ້ອຳນວຍການຕຳຫຼວດແຂວງກວາງງາຍ ໄດ້ສ້າງບັນດາໜ່ວຍປະຕິບັດງານດ້ວຍພະນັກງານ, ນັກຮົບ 266 ຄົນເພື່ອປຸກສ້າງເຮືອນຊ່ວຍປະຊາຊົນ.


top