ຂ່າວສານ

ບັ້ນ​ເຄື່ອນ​ໄຫວ 500 ວັນ ແລະ ຄືນ: ການ​ຮ່ວມ​ມື ຫວຽດ​ນາມ - ອາ​ເມ​ລິ​ກາ ໃນ​ການ​ຊອກ​ຫາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ແມ່ນ​ສິ່ງ​ພິ​ສູດ​ໃຫ້​ການ​ປິດ​ອະ​ດີດ​ຕະ​ການ, ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ

ວຽກ​ງານ​ຄົ້ນ​ຫານາຍ​ທະ​ຫານ​ທີ່ຫາຍ​ສາບ​ສູນ​ຂອງ ຫວຽດ​ນາມ - ອາ​ເມ​ລິ​ກາ ປະ​ກອບ​ສ່ວນ​ຮຳ​ບາດແຜ​ສົງ​ຄາມ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຊຸກ​ຍູ້​ການ​ໄກ່​ເກ່ຍປ​ອງດອງ​ລະ​ຫວ່າງ 2 ​ຊາດ.
​ທ່ານ ຫງວຽນ​ກວັກ​ຢຸງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ (ພາບ: VNA)

ຜ່ານ​ຂໍ້​ລິ​ເລີ່ມການ​ຊອກ​ຫາ​ນາຍ​ທະ​ຫານ ຫວຽດ​ນາມ ທີ່ຫາຍສາຍ​ສູນ​ໃນປາງ​ສົງ​ຄາມ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ພວມ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ເອ​ກະ​ສານ, ຂໍ້​ມູນ, ພະ​ຍານຫຼັກ​ຖານ ແລະ ເຕັກ​ໂນ​ໂລ​ຢີ​ຮັບ​ໃຊ້​ວຽກ​ງານ​ຄົ້ນ​ຫາ, ທ້ອນ​ໂຮມ, ຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸນ​ອັດ​ຖິ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ.

ວຽກ​ງານ​ຄົ້ນ​ຫານາຍ​ທະ​ຫານ​ທີ່ຫາຍ​ສາບ​ສູນ​ຂອງ ຫວຽດ​ນາມ - ອາ​ເມ​ລິ​ກາ ປະ​ກອບ​ສ່ວນ​ຮຳ​ບາດແຜ​ສົງ​ຄາມ, ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຊຸກ​ຍູ້​ການ​ໄກ່​ເກ່ຍປ​ອງດອງ​ລະ​ຫວ່າງ 2 ​ຊາດ. ນີ້​ແມ່ນຄຳຢັ້ງ​ຢືນ​ຂອງ​ທ່ານ ຫງວຽນ​ກວັກ​ຢຸງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໃນ​ການ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ.

ທ່ານ​ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ຫງວຽນ​ກວັກ​ຢຸງ ໃຫ້​ຮູ້​ວ່າ ບົນ​ພື້ນ​ຖານ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ຂໍ້​ລິ​ເລີ່ມ​ໃນ​ການ​ຄົ້ນ​ຫາ​ນາຍ​ທະ​ຫານ ຫວຽດ​ນາມ ທີ່ຫາຍ​ສາບ​ສູນ​ໃນປ​າງ​ສົງ​ຄາມ, ໂດຍ​​ກະ​ຊວງ​ປ້ອງ​ກັນ​ປະ​ເທດຂອງສອງປະເທດ ​ລົງ​ນາມ​ໃນ​ປີ 2021, ສິ້ນ​ສຸດ​ປີ​ການ​ເງິນ​ປີ 2025, ຝ່າຍ ອາ​ເມ​ລິ​ກາ ​ໄດ້ສະ​ໜອງເອ​ກະ​ສານ 46 ຊຸດ​ໃຫ້​ແກ່ ຫວຽດ​ນາມ, ຫວຽດ​ນາມ​ ໄດ້​ຮັບ, ກວດ​ຢັ້ງ​ຢືນເອ​ກະ​ສານ 45 ຊຸດ. ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໄດ້​ເນັ້ນ​ໜັ້ກ​ວ່າ​ ໃນ​ຂອບ​ເຂດ​ບັ້ນ​ການ​ເຄື່ອ​ນ​ໄຫວ 500 ວັນ ​ແລະ ​ຄືນ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໄດ້​ສຸມ​ໃສ່​ຂົນ​ຂວາຍ​ວົງ​ການ​ການ​ເມືອງ ອາ​ເມ​ລິ​ກາ, ເຊື່ອມ​ຕໍ່​ກັບ​ບັນ​ດາ​ອົງ​ການ​ເກັບ​ກຳສຳເນົາເອກະສານ, ມະ​ຫາ​ວິ​ທະ​ຍາ​ໄລ, ອົງ​ການ​ນັກ​ຮົບເກົ່າ ແລະ ຂົງເຂດ​ວິ​ສາ​ຫະ​ກິດ​ເພື່ອ​ເປີດກວ້າງ​ແຫຼ່ງ​ຂໍ້​ມູນ, ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ.


top