ວັນທີ 23 ກຸມພາ, ກຸ່ມປະຕິບັດວຽກງານກຸສົນ Fly To Sky, ສະມາຊິກຂອງເຄືອຂ່າຍອາສາສະໝັກແຫ່ງຊາດ, ຂຶ້ນກັບສູນອາສາສະໝັກແຫ່ງຊາດ - ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ, ໄດ້ປຸກລະດົມບັ້ນເຄື່ອນໄຫວຊຸມຊົນ “ແບ່ງປັນບຸນເຕັດ” ປີ 2026. ນີ້ແມ່ນປີທີ 5 ທີ່ກຸ່ມປະຕິບັດວຽກງານກຸສົນດັ່ງກ່າວໄດ້ຜັນຂະຫຍາຍບັ້ນເຄື່ອນໄຫວນີ້.
ບັ້ນເຄື່ອນໄຫວຂອງ ກຸ່ມປະຕິບັດວຽກງານກຸສົນ Fly To Sky ປີນີ້ ແກ່ຍາວແຕ່ວັນທີ 23 ກຸມພາ ຫາວັນທີ 16 ມີນາ.
ບັ້ນເຄື່ອນໄຫວປີນີ້ໄດ້ຮັບການຜັນຂະຫຍາຍຢູ່ 19 ສະຖານທີ່ໃນ7 ແຂວງ, ນະຄອນ, ແນໃສ່ຮຽກຮ້ອງການປະກອບເຂົ້າໜົມພາຍຫຼັງບຸນເຕັດ ເພື່ອມອບໃຫ້ເດັກນ້ອຍຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ. ເພື່ອນໜຸ່ມ ເລວັນຝຸກ, ຫົວໜ້າກຸ່ມປະຕິບັດວຽກງານກຸສົນ Fly To Sky ແບ່ງປັນວ່າ:
“ຜ່ານບັ້ນເຄື່ອນໄຫວນີ້, ພວກຂ້າພະເຈົ້າປາດຖະໜາບໍ່ພຽງແຕ່ນຳເອົາບັນຍາກາດ ແລະ ຄວາມມ່ວນຊື່ນຂອງຊຸມວັນບຸນເຕັດຜ່ານມາຍັງເດັກນ້ອຍ ແລະ ປະຊາຊົນຢູ່ເຂດຊາຍແດນເທົ່ານັ້ນ, ຫາກຍັງຮຽກຮ້ອງໃຫ້ຊຸມຊົນຮ່ວມແຮງຮ່ວມໃຈຈຳກັດການຟຸ່ມເຟືອຍໃນການນຳໃຊ້ສະບຽບອາຫານ. ບັ້ນເຄື່ອນໄຫວປີນີ້ແກ່ຍາວແຕ່ວັນທີ 23 ກຸມພາ ຫາວັນທີ 16 ມີນາ. ພວກຂ້າພະເຈົ້າຮຽກຮ້ອງໃຫ້ປະກອບເຂົ້າໜົມ, ນົມ, ນ້ຳຫວານ.”
ພາຍຫຼັງເກືອບ 5 ປີແຫ່ງການເຄື່ອນໄຫວ, ກຸ່ມປະຕິບັດວຽກງານກຸສົນ Fly To Sky ໄດ້ນຳເອົາເຂົ້າໜົມ ແລະ ບັນຍາກາດບຸນເຕັດມາຍັງເດັກນ້ອຍເຍົາວະຊົນ ແລະ ປະຊາຊົນ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເຂດຕິດກັບຊາຍແດນເກືອບ 10.000 ຄົນ.