ຂ່າວສານ

ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ປອດ​ໄພ​ພາຍຫຼັງ​ເຫດ​ບຸກ​ໂຈມ​ຕີ​ເລັ່ງ​ໃສ່​ທຳ​ນຽ​ບ​ປະ​ທາ​ນາ​ທິ​ບໍ

ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ.

  ລູກ​ສອນ​ໄຟ​ເໜືອ​ສຽງ​ໂດຍ​ກຳ​ລັງ Houthi ຍິງ​ຈາກ ເຢ​ແມນ (ພາບ: ຊິນຮົວ/VNA)  
ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ເຢ​ແມນ ​ໃຫ້​ຮູ້​ວ່າ ບັນ​ດາ​ການ​ນຳ​ລັດ​ຖະ​ບານ​ຢູ່ Aden ຍັງ​​ປອດ​ໄພ​ພາຍຫຼັງ​ກຳ​ລັງ Houthi ບຸກ​ໂຈມ​ຕີ​ລູກ​ສອນ​ໄຟ​ເລັ່ງ​ໃສ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ວັນ​ທີ 15 ຕຸ​ລາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຫດ​ບຸກ​ໂຈມ​ຕີ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 4 ຄົນ ແລະ 10 ຄົນ​ຮັບ​ບາດ​ເຈັບ. ບັນ​ດາ​ພະ​ຍານໃຫ້​ຮູ້​ວ່າ ມີ​ເຫດ​ລະ​ເບີດ​ຢ່າງ​ໜ້ອຍ​ສຸດ 6 ຄັ້ງ​ເກ​ີດ​ຂຶ້ນຢູ່​ໃກ້​ວັງ Al-Maashiq ຢູ່ Aden, ບ່ອນ​ຕັ້ງ​ສຳ​ນັກ​ງານ​ລັດ​ຖະ​ບານ ເຢ​ແມນ ໂດຍ​ສາ​ກົນ​ຮັບ​ຮອງ​ເອົາ. 2 ເຫດ​ລະເບີດໄດ້​ເກີດ​ຂຶ້ນ​ຢູ່​ໃກ້​ກັບ​ວັງ ແລະ ອີກ 2 ເຫດໄດ້​ຍິນເກີດ​ຂຶ້ນ​ຢູ່​ເຂດ​ໃກ້​ກັບ​ປະ​ຕູໂຂງ​ຄວາມ​ໝັ້ນ​ຄົງ. ແລະ​ກໍ່​ໃນ​ວັນ​ທີ 15 ຕຸ​ລາ, ກຳ​ລັງ​ລັດ​ຖະ​ບານ ເຢ​ແມນ ໃຫ້​ຮູ້​ວ່າ Houthi ໄດ້​ຍິງ​ລູກ​ສອນ​ໄຟນຳ​ວິ​ຖີ​ເລັ່ງ​ໃສ່​ນະ​ຄອນ Marib ທີ່​ມີ​ປະ​ຊາ​ຊົນ​ເປັນ​ຈຳ​ນວນຫຼາຍ ​ຢູ່​ເຂດ​ພາກ​ກາງ, ນອນ​ໃນ​ເຂດ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ມັນ​ບໍ່​ຍຸດ​ທະ​ສາດ.


top