ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບບັນດາລັດຖະກອນ, ພະນັກງານ, ຊາວຜູ້ອອກແຮງງານຂອງບັນດາອົງການຫ້ອງວ່າການສູນກາງພັກ ແຕ່ລະຄົນໄດ້ອຸປະຖຳຊ່ວຍເຫຼືອຢ່າງໜ້ອຍສຸດເງິນເດືອນ 1 ວັນ.
ທ່ານເລຂາທິການໃຫຍ່ ໂຕເລິມ ອຸປະຖຳຊ່ວຍເຫຼືອ ພໍ່ແມ່ປະຊາຊົນ (ພາບ: TTXVN)
ຕອນບ່າຍວັນທີ 2 ຕຸລາ, ຢູ່ຮ່າໂນ້ຍ, ຫ້ອງວ່າການສູນກາງພັກ ໄດ້ຈັດການບໍລິຈາກຊ່ວຍເຫຼືອພໍ່ແມ່ປະຊາຊົນບັນດາແຂວງ, ນະຄອນ (ນິງບິ່ງ, ແທັງຮ່ວາ, ເງະອານ, ຮ່າຕິງ, ເຫ້ວ, ດ່ານັ້ງ, ກ໋ວາງນິງ, ຫ໋າຍຝ່ອງ, ຮຶງອຽນ, ລາວກາຍ, ເຊີນລາ, ຝຸເທາະ, ຕວຽນກວາງ, ລ້າງເຊີນ, ກາວບັ່ງ, ໄທງວຽນ, ບັກນິງ) ທີ່ຖືກຜົນສະທ້ອນຈາກພາຍຸ Bualoi. ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມກັບບັນດາລັດຖະກອນ, ພະນັກງານ, ຊາວຜູ້ອອກແຮງງານຂອງບັນດາອົງການຫ້ອງວ່າການສູນກາງພັກ ແຕ່ລະຄົນໄດ້ອຸປະຖຳຊ່ວຍເຫຼືອຢ່າງໜ້ອຍສຸດເງິນເດືອນ 1 ວັນ.
ທີ່ການບໍລິຈາກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ບັນດາແຂວງ, ນະຄອນຕ້ອງລະດົມກຳລັງກອງທັບ, ຕຳຫຼວດ, ຊາວໜຸ່ມ ແລະ ຍານພາຫະນະຢ່າງທັນການເພື່ອຜັນຂະຫຍາຍວຽກງານຊອກຄົ້ນ, ກູ້ໄພກູ້ຊີບ; ຊ່ວຍເຫຼືອປະຊາຊົນສ້ອມແປງເຮືອນຢູ່ທີ່ຖືກລົົມພັດຫຼັງຄາ, ເປ່ເພຍ້ອນພາຍຸ, ນ້ຳຖ້ວມ; ຈັດບ່ອນຢູ່ຊົ່ວຄາວ, ໜູນຊ່ວຍອາຫານ, ນ້ຳດື່ມ, ເຄື່ອງຂອງທີ່ຈຳເປັນໃຫ້ແກ່ຄອບຄົວທີ່ບໍ່ມີເຮືອນຢູ່, ບໍ່ປະໃຫ້ຜູ້ໃດຕ້ອງຫິວ, ໜາວ, ບໍ່ມີບ່ອນຢູ່, ບໍ່ມີເຄື່ອງນຸ່ງ. ແລະກໍ່ໃນຕອນແລງ, ວັນທີ 2 ຕຸລາ,ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາອົງການຂອງສະພາແຫ່ງຊາດໄດ້ຈັດການອຸປະຖຳຊ່ວຍເຫຼືອພໍ່ແມ່ປະຊາຊົນແກ້ໄຂຜົນຕາມາຈາກໄພທຳມະຊາດ, ນ້ຳຖ້ວມ.
ຕອນເຊົ້າວັນທີ 3 ຕຸລາ,ຢູ່ສຳນັກງານ ລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບບັນດາຮອງນາຍົກລັດຖະມົນຕີ, ໝູ່ຄະນະຫ້ອງວ່າການລັດຖະບານ ແລະ ອົງການຊ່ວຍວຽກອົງຄະນະພັກລັດຖະບານ ໄດ້ເຂົ້າຮ່ວມການອຸປະຖຳ ໜູນຊ່ວຍພໍ່ແມ່ປະຊາຊົນທີ່ຖືກຜົນເສຍຫາຍຍ້ອນພາຍຸ, ນ້ຳຖ້ວມຂຶ້ນ, ແຕ່ລະຄົນອຸປະຖຳເງິນເດືອນ 1 ວັນ.