ທ່ານ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ ລາວ ແລະ ທ່ານ Lázaro Alberto Álvarez Casas ລັດຖະມົນຕີກະຊວງພາຍໃນ ກຸຍບາ ໄດ້ສະແດງຄວາມຊົມເຊີຍຕໍ່ໝູ່ຄະນະ, ສ່ວນບຸກຄົນຂອງກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ຮັບຫຼຽນກາອັນສູງສົ່ງຂອງປະເທດ ລາວ ແລະ ກຸຍບາ.
ພິທີມອບຫຼຽນໄຊອັນສູງສົ່ງຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ປະເທດ ສາທາລະນະລັດ ກຸຍບາ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງກະຊວງຕຳຫຼວດ ຫວຽດນາມ (ພາບ: TTXVN)
ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່າວັນຊາດ ຫວຽດນາມ, 80 ແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ ຫວຽດນາມ ແລະ 20 ປີແຫ່ງວັນທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ (19/8/2005 - 19/8/2025), ຕອນບ່າຍວັນທີ 16 ສິງຫາ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີມອບຫຼຽນໄຊອັນສູງສົ່ງຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ປະເທດ ສາທາລະນະລັດ ກຸຍບາ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງກະຊວງຕຳຫຼວດ ຫວຽດນາມ.
ກ່າວຄຳເຫັນທີ່ພິທີ, ທ່ານ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ ລາວ ແລະ ທ່ານ Lázaro Alberto Álvarez Casas ລັດຖະມົນຕີກະຊວງພາຍໃນ ກຸຍບາ ໄດ້ສະແດງຄວາມຊົມເຊີຍຕໍ່ໝູ່ຄະນະ, ສ່ວນບຸກຄົນຂອງກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ຮັບຫຼຽນກາອັນສູງສົ່ງຂອງປະເທດ ລາວ ແລະ ກຸຍບາ. ລັດຖະມົນຕີສອງທ່ານໄດ້ຢັ້ງຢືນວ່າ ບັນດາລາງວັນດັ່ງກ່າວສະແດງໃຫ້ເຫັນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຕຳຫຼວດ ປະຊາຊົນ ຫວຽດນາມ ໃນການພົວພັນມິດຕະພາບ, ການຮ່ວມມືກັບກຳລັງຕຳຫຼວດ ລາວ ແລະ ກຳລັງພາຍໃນກຸຍບາ. ພ້ອມທັງສະແດງຄວາມປາດຖະໜາຢາກໃນໄລຍະຈະມາເຖິງ, ກຳລັງຕຳຫຼວດ ຫວຽດນາມ ຈະສືບຕໍ່ຮ່ຽງບ່າຮ່ຽງໄຫຼ່, ຮ່ວມເດີນທາງກັບກຳລັງຕຳຫຼວດ ລາວ ແລະ ກຳລັງພາຍໃນກຸຍບາ ໃນພາລະກິດແຫ່ງການສ້າງສັນ ແລະ ປົກປັກຮັກສາປະເທດຊາດ, ປະກກອບສ່ວນເຮັດໃຫ້ການພົວພັນ ຫວຽດນາມ - ລາວ - ກຸຍບາເຂັ້ມຂຸ້ນຕື່ມອີກ.