ມີປະເທດຈຳນວນໜຶ່ງໄດ້ເລີ່ມດຳເນີນບັນດາຂັ້ນຕອນຄວບຄຸມໂລກລະບາດ ເພື່ອແນໃສ່ສະກັດກັ້ນຄວາມສ່ຽງ ໄວຣັດ Hanta ແຜ່ລາມ ພາຍຫຼັງທີ່ມີກຸ່ມຜູ້ໂດຍສານໜຶ່ງໄດ້ອອກຈາກກ່ຳປັ່ນທ່ອງທ່ຽວ MV Hondius ແຕ່ວັນທີ 24 ເມສາ, ກ່ອນທີ່ຈະປະກາດຄຳກ່າວເຕືອນກ່ຽວກັບໄວຣັດດັ່ງກ່າວ.
ຕົວຢ່າງໄວຣັດຂອງຜູ້ຕິດເຊື້ອໄວຣັດ Hanta. (ພາບ: Centers for Disease Control and Prevention/Handout via REUTERS)
ອົງການສາທາລະນະສຸກຂອງ ອາຟະລິກາໃຕ້, ເອີຣົບ, ອັງກິດ ພວມດຳເນີນການກວດກາຄືນປະຫວັດການເຄື່ອນໄຫວຂອງກຸ່ມຜູ້ໂດຍສານດັ່ງກ່າວໃນຂອບຂະໜາດໃຫຍ່. ຢູ່ ອາເມລິກາ, ສູນຄວບຄຸມ ແລະ ປ້ອງກັນພະຍາດ (CDC) ພວມຕິດຕາມອາການຂອງບັນດາຜູ້ຖືສັນຊາດ ອາເມລິກາ ທີ່ໄດ້ຂີ່ກ່ຳປັ່ນທ່ອງທ່ຽວ MV Hondius ຢ່າງເຂັ້ມງວດ. ວົງການເຈົ້າໜ້າທີ່ ອາເມລິກາ ໄດ້ເນັ້ນໜັກເຖິງ ຄວາມສ່ຽງສຳລັບມະຫາຊົນ ອາເມລິກາ ໃນປັດຈຸບັນ ແມ່ນຢູ່ໃນລະດັບ “ຕ່ຳທີ່ສຸດ”.
ການຕິດເຊື້ອໄວຣັດ Hanta ແມ່ນຜ່ານໂຕໜູ ແລະ ສັດພວກແຫ້ນກິນ ຍ້ອນສຳຜັດກັບຂີ້ເຫຍື້ອ ຫຼື ທາດເມືອກຂອງຈຳພວກດັ່ງກ່າວ. ນັບແຕ່ເມື່ອຕິດເຊື້ອ ຈົນເຖິງເວລາປະກົດມີອາການ ແມ່ນດົນເຖິງ 8 ອາທິດ, ມີອາການຄື: ເປັນໄຂ້, ເຈັບຫົວ, ເລືອດອອກພາຍໃນ, ລະບົບຫາຍໃຈ ແລະ ໝາກໄຂຫຼັງຖືກຊຸດໂຊມ.