ຂ່າວສານ ບັນດານະຄອນອາຊຽນຊຸກຍູ້ການຮ່ວມມືເພື່ອອະນາຄົດຕົວເມືອງອັດສະລິຍະ, ຍືນຍົງ 08/06/2026 ຈາກຕົວຈິງໃນການພັດທະນາຕົວເມືອງ, ຫວຽດນາມ ເຫັນໄດ້ວ່າການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ ແລະ ການເຊື່ອມຕໍ່ພາກພື້ນແມ່ນບັນດາເສົາຄ້ຳໜູນຊ່ວຍເຊິ່ງກັນແລະກັນ ເພື່ອແນໃສ່ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ກວາງຮ່ວາ - ແທັງລອງ) ກອງປະຊຸມການນຳບັນດານະຄອນ ອາຊຽນ 2026 ໄດ້ດຳເນີນພິທີໄຂໃນຕອນບ່າຍວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ. ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າ, ກວມລວມ, ຍືນຍົງ ຂອງທຸກພາກສ່ວນໃນການສ້າງປະຊາຄົມອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມຢາຕຸກເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ. ດ້ວຍຫົວຂໍ້ “ຊຸກຍູ້ອະນາຄົດຈາກບັນດານະຄອນອັດສະລິຍະ, ຍືນຍົງ ແລະ ການເຊື່ອມຕໍ່”, ກອງປະຊຸມຄັ້ງນີ້ແມ່ນເວທີປາໄສເພື່ອໃຫ້ບັນດາຕົວເມືອງອັດສະລິຍະພ້ອມກັນແບ່ງປັນບົດຮຽນປະສົບການ, ແລກປ່ຽນຂໍ້ລິເລີ່ມ ແລະ ສ້າງບັນດາຮູບແບບຮ່ວມມືໃໝ່ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍລວມ, ພ້ອມທັງຂຸດຄົ້ນບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ສັງກາດດີຈີຕອນຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ໃຫ້ຮູ້ວ່າ: ຈາກຕົວຈິງໃນການພັດທະນາຕົວເມືອງ, ຫວຽດນາມ ເຫັນໄດ້ວ່າການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ ແລະ ການເຊື່ອມຕໍ່ພາກພື້ນແມ່ນບັນດາເສົາຄ້ຳໜູນຊ່ວຍເຊິ່ງກັນແລະກັນ ເພື່ອແນໃສ່ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ ແລະ ເພີ່ມທະວີຄວາມສາມາດໃນການຮັບມືກັບບັນດາສິ່ງທ້າທາຍຂອງອະນາຄົດ.

ຈາກຕົວຈິງໃນການພັດທະນາຕົວເມືອງ, ຫວຽດນາມ ເຫັນໄດ້ວ່າການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ ແລະ ການເຊື່ອມຕໍ່ພາກພື້ນແມ່ນບັນດາເສົາຄ້ຳໜູນຊ່ວຍເຊິ່ງກັນແລະກັນ ເພື່ອແນໃສ່ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ກວາງຮ່ວາ - ແທັງລອງ) ກອງປະຊຸມການນຳບັນດານະຄອນ ອາຊຽນ 2026 ໄດ້ດຳເນີນພິທີໄຂໃນຕອນບ່າຍວັນທີ 8 ມິຖຸນາ, ຢູ່ຮ່າໂນ້ຍ. ກອງປະຊຸມເພື່ອແນໃສ່ຊຸກຍູ້ການຮ່ວມມືຢ່າງຕັ້ງໜ້າ, ກວມລວມ, ຍືນຍົງ ຂອງທຸກພາກສ່ວນໃນການສ້າງປະຊາຄົມອາຊຽນ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມຢາຕຸກເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ. ດ້ວຍຫົວຂໍ້ “ຊຸກຍູ້ອະນາຄົດຈາກບັນດານະຄອນອັດສະລິຍະ, ຍືນຍົງ ແລະ ການເຊື່ອມຕໍ່”, ກອງປະຊຸມຄັ້ງນີ້ແມ່ນເວທີປາໄສເພື່ອໃຫ້ບັນດາຕົວເມືອງອັດສະລິຍະພ້ອມກັນແບ່ງປັນບົດຮຽນປະສົບການ, ແລກປ່ຽນຂໍ້ລິເລີ່ມ ແລະ ສ້າງບັນດາຮູບແບບຮ່ວມມືໃໝ່ ເພື່ອແນໃສ່ແກ້ໄຂບັນດາສິ່ງທ້າທາຍລວມ, ພ້ອມທັງຂຸດຄົ້ນບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ສັງກາດດີຈີຕອນຢ່າງມີປະສິດທິຜົນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ໃຫ້ຮູ້ວ່າ: ຈາກຕົວຈິງໃນການພັດທະນາຕົວເມືອງ, ຫວຽດນາມ ເຫັນໄດ້ວ່າການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ ແລະ ການເຊື່ອມຕໍ່ພາກພື້ນແມ່ນບັນດາເສົາຄ້ຳໜູນຊ່ວຍເຊິ່ງກັນແລະກັນ ເພື່ອແນໃສ່ຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ ແລະ ເພີ່ມທະວີຄວາມສາມາດໃນການຮັບມືກັບບັນດາສິ່ງທ້າທາຍຂອງອະນາຄົດ.