ຂ່າວສານ

ບັນ​ດາ​ຄະ​ນະ​ຜູ້​ຕາງ​ໜ້າ ລາວ ແລະ ກຳ​ປູ​ເຈຍ ຢູ່ ສ​ປ​ຊ ອວ​ຍ​ພອນ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ ປີ​ມະ​ໂລງ 2024

ໃນອາທິດນີ້, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າພ້ອມກັບພະນັກງານຫຼັກແຫຼ່ງຂອງສອງຄະນະຜູ້ຕາງໜ້າ ລາວ ແລະ ກຳປູເຈຍ ໄດ້ໄປອວຍພອນຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຢູ່ ນິວຢອກ (ອາເມລິກາ) ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະໂລງ 2024.
ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ອະນຸພາບ ວົງໜໍ່ແກ້ວ ພ້ອມດ້ວຍຄະນະມາອວຍພອນປີໃໝ່

ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ລາວ ອະນຸພາບ ວົງໜໍ່ແກ້ວ ແລະ ທ່ານນາງເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ກຳປູເຈຍ Sophea Eat, ໄດ້ຊົມເຊີຍບັນດາຜົນງານທີ່ສຳຄັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງຢັ້ງຢືນຈະສືບຕໍ່ເສີມຂະຫຍາຍມູນເຊື້ອສົມທົບກັນຢ່າງແໜ້ນແຟ້ນ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຄະນະຜູ້ຕາງໜ້າ ລາວ ແລະ ກຳປູເຈຍ ກັບ ຫວຽດນາມ ຢູ່ ສປຊ ໃນໄລຍະຈະມາເຖິງ.

ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ, ດັ້ງຮວ່າງຢາງ ກໍເຄົາລົບນ້ຳໃຈອັນສະໜິດສະໜົມຂອງຄະນະຜູ້ຕາງໜ້າ ລາວ ແລະ ກຳປູເຈຍ; ພ້ອມທັງຢັ້ງຢືນວ່າ ຄະນະຜູ້ຕາງໜ້າ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ລາວ ແບກຫາບບົດບາດເປັນປະທານ ຄະນະກຳມະການ ອາຊຽນ ປະຈຳ ນິວຢອກ ໃນປີນີ້ ຢ່າງສຳເລັດຜົນ ແລະ ເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນ, ການສົມທົບລະຫວ່າງບັນດາຄະນະຜູ້ຕາງໜ້າໃນໄລຍະຈະມາເຖິງ.


top