ໃນທຸດເຂດພາກທົ່ວປະເທດ, ມີຫຼາຍກິດຈະກຳວັດທະນະທຳ, ສິລະປະ, ກິລາ ແລະ ວັນບຸນປະເພນີໄດ້ຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ, ສ້າງບັນຍາກາດເບີກບານມ່ວນຊືນໃນໝູ່ປະຊາຊົນທຸກຊັ້ນວັນນະ.
ແຂວງລ້າງເຊີນ ຈັດການສະແດງຟ້ອນເຈົ່ນແທນເພື່ອຂ່ຳນັບຮັບຕ້ອນວັນບຸນວັດທະນະທຳ ຫວຽດນາມ (ພາບ: VNA)
ຢູ່ແຂວງລ້າງເຊີນ, ຕອນເຊົ້າວັນທີ 24 ພະຈິກ, ມີຜູ້ເຂົ້າຮ່ວມການສະແດງຟ້ອນເຈົ່ນແທນກວ່າ 1000 ຄົນ. ນີ້ແນ່ນກິດຈະກຳພົ້ນເດັ່ນໃນຂອບເຂດສັບປະດາວັດທະນະທຳ - ຄວາມມະຫາສາມັກຄີທົ່ວປວງຊົນທັງຊາດຂອງແຂວງ ລ້າງເຊີນປີ 2026. ໃນຊີວິດດ້ານຈິດໃຈຂອງເຜົ່າໄຕ, ນຸ່ງ, ການຟ້ອນເຈິ່ນເວິນ ໄດ້ຕິດພັນກັບບັນດາພິທີແທນ ທີ່ມີລັກສະນະຄວາມເຊື່ອຖືເຫຼື້ອມໃສ, ມີຄວາມປາດຖະໜາກ່ຽວກັການລຳດລົງຊີວິດແຫ່ງຄວາມສະຫງົບສຸກ, ລະດູການເກັບກຽວໄດ້ຮັບຜົນດີ.
ຢູ່ຫໍສະໝຸດແຂວງຝຸເທາະ, ລາຍການວາງສະແດງເອກະສານ, ວັດຖຸພັນດ້ວຍຫົວຂໍ້ “ວັດທະນະທຳເຂດດິນແດນບັນພະບຸລຸດ - ສີສັນ ແລະ ຄຸນຄ່າ”, ໄດ້ດຳເນີນແຕ່ວັນທີ 22 – 24 ພະຈິກ, ດຶງດູດການເຂົ້າຮ່ວມຂອງຜູ້ອ່ານ ແລະ ມະຫາຊົນເປັນຈຳນວນຫຼາຍ. ຜ່ານປຶ້ມຂຽນ, ໜັງສືພິມ, ເອກະສານ, ວັດຖຸພັນ, ຜົນງານດ້ານວິຈິດສິນ ແລະ ພາບຖ່າຍສິລະປະ, ລາຍການແນະນຳບັນດາຄຸນຄ່າພົ້ນເດັ່ນກ່ຽວກັບປະເທດຊາດ, ມູນເຊື້ອແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ.
ແລະກໍໃນຕອນເຊົ້າວັນດຽວກັນ, ຢູ່ເຫ້ວສູນອະນຸຮັກຮັກສາມໍລະດົກ ກຸ້ງເກົ່າເຫ້ວ, ນະຄອນ ເຫ້ວໄດ້ຈັດລາຍການ “ແຫ່ຂະບວນດ້ວຍລົດຖີບເພື່ອຂ່ຳນັບຮັບຕ້ອນວັນວັດທະນະທຳ ຫວຽດນາມ”, ການເຄື່ອນໄຫວປະກອບສ່ວນແຜ່ກະຈາຍນ້ຳໃຈຮັກມໍລະດົກ, ສົ່ງສານກ່ຽວກັບວິທີການດຳລົງຊີວິດສີຂຽວ, ຝືກຝົນຫຼໍ່ຫຼອມສຸຂະພາບ ແລະ ການປົກປັກຮັກສາສິ່ງແວດລ້ອມ.