ຂ່າວສານ

ບັນ​ດາ​ການ​ນຳ​ເອີ​ລົບ​ຢັ້ງ​ຢືນ​ຄືນ​ໃໝ່ຫຼັກ​ໝັ້ນ​ສະ​ໜັບ​ສະ​ໜູນ​ແດນ​ມາກ ໃນ​ບັນ​ຫາ​ Greenland

ໃນບົດຄຳເຫັນສ້າງຂີດໝາຍອາຍຸການປະທານໝູນວຽນສະຫະພາບ ເອີລົບ (EU) ຂອງປະເທດ ສາທາລະນະລັດ ໄຊປຣັດ, ທ່ານ Antonio Costa ປະທານສະພາເອີລົບ ໄດ້ເນັ້ນໜັກເຖິງ ການສະໜັບສະໜູນ ແລະ ຄວາມສາມັກຄີຂອງກຸ່ມ 27 ປະເທດສະມາຊິກ ທີ່ມີຕໍ່ແດນມາກ ແລະ Greenland.
ອ່າວແຫ່ງໜຶ່ງຢູ່ ເກາະ Greenland (ພາບ: REUTERS/Guglielmo Mangiapane)

ວັນທີ 7 ມັງກອນ, ບັນດາການນຳ ສະຫະພາບເອີລົບ (EU) ຢັ້ງຢືນຄືນໃໝ່ຫຼັກໝັ້ນຕໍ່ບັນຫາເກາະ Greenland ແລະ ເນັ້ນໜັກວ່າອະນາຄົດຂອງເຂດດິນແດນປົກຄອງດ້ວຍຕົນເອງທີ່ກ້ວາງໃຫຍ່ຢູ່ຂົ້ວໂລກເໜືອໂດຍແດນມາກຄຸ້ມຄອງນີ້  ຈະໄດ້ຮັບການຕັດສິນໂດຍຊາວ Greenland ແລະ ແດນມາກ.

ໃນບົດຄຳເຫັນສ້າງຂີດໝາຍອາຍຸການປະທານໝູນວຽນສະຫະພາບ ເອີລົບ (EU) ຂອງປະເທດ ສາທາລະນະລັດ ໄຊປຣັດ, ທ່ານ Antonio Costa ປະທານສະພາເອີລົບ ໄດ້ເນັ້ນໜັກເຖິງ ການສະໜັບສະໜູນ ແລະ ຄວາມສາມັກຄີຂອງກຸ່ມ 27 ປະເທດສະມາຊິກ ທີ່ມີຕໍ່ແດນມາກ ແລະ Greenland. ແລະ ກໍ່ໃນວັນດຽວກັນ, ທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ ກໍ່ໄດ້ປະກາດວ່າທຸກບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງຢູ່ ຂົ້ວໂລກເໜືອຕ້ອງໄດ້ປຶກສາຫາລືໃນຂອບເຂດ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ແລະ ນັ້ນແມ່ນສິ່ງທີ່ບັນດາປະເທດສຳພັນທະມິດພວມປະຕິບັດ.


top