ວິສາຫະກິດ ອາເມລິກາ ຫລາຍແຫ່ງໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຮ່ວມມືກັບ ຫວຽດນາມ ໃນຂົງເຂດສິນໃນນ້ຳ. ນັ້ນແມ່ນຄຳເຫັນພົ້ນເດັ່ນທີ່ການພົບປະແລກປ່ຽນສິນໃນນ້ຳ ແລະ ການຄ້າ ໂດຍສະຖາບັນສິນໃນນ້ຳແຫ່ງຊາດ ອາເມລິກາ ແລະ ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ສົມທົບກັນຈັດຕັ້ງຢູ່ນະຄອນຫລວງ ວໍຊິງຕັນ ໃນວັນທີ 17 ກັນຍາ.
ທີ່ການພົບປະແລກປ່ຽນສິນໃນນ້ຳ ແລະ ການຄ້າ
ກ່າວຄຳເຫັນທີ່ການພົບປະແລກປ່ຽນ, ທ່ານ ຟ້າມຮຸ່ງເຕິມ ອັກຄະລັດຖະທູດ ຫວຽດນາມ ປະຈຳ ອາເມລິກາ ເນັ້ນໜັກວ່າ: ຫວຽດນາມ ແມ່ນໜຶ່ງໃນ 10 ປະເທດສົ່ງອອກສິນໃນນ້ຳຫລາຍກ່ວາໝູ່ໃນໂລກ ແລະ ອາເມລິກາ ແມ່ນຕະຫລາດສົ່ງອອກສິນໃນນ້ຳອັນດັບ 1 ຂອງ ຫວຽດນາມ. ອາເມລິກາ ສືບຕໍ່ແມ່ນໜຶ່ງໃນ 4 ຕະຫລາດສົ່ງອອກສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ ໃນ 7 ເດືອນຕົ້ນປີ 2019.
(ແຫຼ່ງຄັດຈາກ VOV)