ຂ່າວສານ

ບັນດາປະເທດ ອາເມລິກາລາຕິນ ມີຄວາມປະທັບໃຈກ່ຽວກັບບັນດາໝາກຜົນໃນການສະກັດກັ້ນໂລກລະບາດໂຄວິດ-19 ຂອງ ຫວຽດນາມ

      ໃນຊຸມວັນຜ່ານມາ, ຫລາຍພັກການເມືອງກ້າວໜ້າຢູ່ ອາເມລິກາລາຕິນ ໄດ້ມີບັນດາສານທີ່ສະແດງເຖິງຄວາມສາມັກຄີ ແລະ ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ທີ່ເກີດຈາກ SARS-CoV-2. 
            ໃນນັ້ນ, ສານຂອງ ສ.ໂດມີນີກັນ, ພັກຂະບວນການຝ່າຍຊ້າຍສາມັກຄີ (MIU), ແມ່ນໜຶ່ງໃນບັນດາພັກການເມືອງທີ່ຂຶ້ນກັບສຳພັນທະມິດກຳອຳນາດ ໄດ້ສະແດງຄວາມນິຍົມນັບຖື ຫວຽດນາມ ທີ່ມີການກະກຽມເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ-19 ໂດຍໄວ, ເຖິງວ່າແມ່ນໜຶ່ງໃນບັນດາປະເທດທຳອິດໃນໂລກ ທີ່ຖືກຜົນສະທ້ອນຈາກໂລກລະບາດກໍ່ຕາມ.

(ພາບປະກອບ/ອິນເຕີແນັດ)
      ໃນຂະນະນັ້ນ, ພັກກອມມູນິດ ຈີເລ ກໍ່ສະແດງໃຫ້ເຫັນຄວາມນິຍົມຊົມຊອບຕໍ່ບັນດາມາດຕະການ ເຊິ່ງ ຫວຽດນາມ ໄດ້ນຳໃຊ້ເພື່ອປ້ອງກັນ, ສະກັດກັ້ນການຕິດແປດຂອງໂລກລະບາດ ໂຄວິດ-19 ໃນຂະນະທີ່ຫລາຍປະເທດໃນໂລກພວມ “ກົ່ງຕົວ” ຮັບມືກັບໂລກລະບາດດັ່ງກ່າວ. ບັນດາໝາກຜົນຊື່ງ ຫວຽດນາມ ບັນລຸໄດ້ໃນວິວັດການຄວບຄຸມ ໂຄວິດ-19 ແມ່ນແບບຢ່າງໃຫ້ຫລາຍລັດຖະບານໃນໂລກປະຕິບັດຕາມ.
 (ແຫຼ່ງຄັດຈາກ VOV)


top