ໄທ, ສິງກະໂປ ແລະ ມາເລເຊຍ ໄດ້ຜັນຂະຫຍາຍມາດຕະການປົກປ້ອງພົນລະເມືອງໃນທັນທີ
ສະໜາມບິນ Changi-Singapore (ພາບ: TODAY)
ພາຍຫຼັງທີ່ ອາເມລິກາ ແລະ ອິດສະຣາແອັນ ບຸກໂຈມຕີໃສ່ບັນດາເປົ້າໝາຍຢູ່ ອີຣານ ໃນວັນທີ 28 ກຸມພາ, ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີ ໄທ, ສິງກະໂປ ແລະ ມາເລເຊຍ ໄດ້ຜັນຂະຫຍາຍມາດຕະການປົກປ້ອງພົນລະເມືອງໃນທັນທີ ແລະ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບຄວາມສະຖຽນລະພາບຂອງຄວາມເປັນລະບຽບຮຽບຮ້ອຍໂລກ.
ຢູ່ ໄທ, ກະຊວງການຕ່າງປະເທດ ໄທ ໄດ້ຜັນຂະຫຍາຍຫຼາຍມາດຕະການຮີບດ່ວນ, ສ້າງຕັ້ງ “ຫ້ອງສູ້ຮົບ” (War Room) ໃນທັນທີ ເພື່ອຕິດຕາມ ແລະ ຕີລາຄາສະພາບການ 24/24 ຊົ່ວໂມງ. ພ້ອມກັນນັ້ນ ກໍ່ໄດ້ສ້າງໂທລະສັບສາຍດ່ວນເພື່ອໜູນຊ່ວຍດ່ວນ, ໄທ ກໍ່ໄດ້ກະກຽມບັນດາແຜນການຍົກຍ້າຍ ແລະ ກ່າວເຕືອນປະຊົນຕ້ອງຊັ່ງຊາຢ່າງລະອຽດໃນການເດີນທາງໄປເຂດນີ້ຖ້າບໍ່ມີວຽກງານຮີບດ່ວນ.
ລັດຖະບານ ສິງກະໂປ ໄດ້ແຈ້ງເຕືອນຄວາມໝັ້ນຄົງຢ່າງເຄັ່ງຂັດ, ຮຽກຮ້ອງໃຫ້ພົນລະເມືອງຢູ່ Doha (Qatar), Abu Dhabi (UAE) ແລະ Dubai (UAE) ພັກຢູ່ເຮືອນ ຫຼື ບັນດາເຂດທີ່ປອດໄພ ພາຍຫຼັງທີ່ມີບົດລາຍງານກ່ຽວກັບການເກີດເຫດລະເບີດຢູ່ໃນເຂດນີ້.
ໃນຂະນະນັ້ນ, ມາເລເຊຍ ກໍ່ໄດ້ກ່າວປະນາມຢ່າງແຮງຕໍ່ບັນດາການບຸກໂຈມຕີທາງອາກາດແນໃສ່ຜືນແຜ່ນດິນ ອີຣານ ກໍຄືບັນດາການບຸກໂຈມຕີໂຕ້ຕອບແນໃສ່ຫຼາຍປະເທດເຂດອ່າວອື່ນໆ.