ຂ່າວສານ

ບັນດາບໍລິສັດການບິນຂອງຫວຽດນາມສືບຕໍ່ປະຕິບັດບັນດາຖ້ຽວບິນພາຍໃນປະເທດຄືນໃຫມ່

      ບັນດາບໍລິສັດການບິນ ພວມມີແຜນການປະຕິບັດບັນດາຖ້ຽວບິນພາຍໃນປະເທດຄືນໃຫມ່ ນັບແຕ່ວັນທີ 16 ເມສາປີ 2020  ພ້ອມທັງສົ່ງເສີມຜູ້ໂດຍສານນຳໃຊ້ຊອບແວ check-in  ແລະ ເຮັດລະບຽບການອອນລາຍຜ່ານເວັບໄຊ ເພື່ອປະຢັດເວລາຢູ່ສະຫນາມບິນ.

ພາບປະກອບ : TTXVN
      ວັນທີ 11 ເມສາ ບໍລິສັດການບິນ Bamboo Airways ໄດ້ປະກາດວ່າຈະຜັນຂະຫຍາຍຖ້ຽວບິນພາຍໃນປະເທດ ນັບແຕ່ວັນທີ 16 ເມສາ ແລະເພີ່ມທະວີຖ້ຽວບິນໄປກັບລະຫວ່າງ ຮ່າໂນ້ຍ - ນະຄອນໂຮ່ຈີມິນ ໃຫ້ຂຶ້ນເປັນ 7 ຖ້ຽວ/ມື້, ກ້າວໄປເຖິງການປະຕິບັດບັນດາຖ້ຽວບິນເຊື່ອມຕໍ່ ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ເຖິງທຸກສະຫນາມບິນໃນທົ່ວປະເທດຄືນໃຫມ່ ນັບແຕ່ວັນທີ 20 ເມສາ.
ກ່ອນຫນ້ານັ້ນ ບໍລິສັດການບິນ Vietjet Air ກໍ່ໄດ້ປະກາດວ່າ ຈະປະຕິບັດບັນດາຖ້ຽວບິນພາຍໃນຄືນໃຫມ່ ນັບແຕ່ວັນທີ 16 ເມສາ.
 (ແຫຼ່ງຄັດຈາກ VOV)


top