ຂ່າວສານ

ບັນດານັກແຂ່ງຂັນຮອບທີ 2 ຢູ່ World Cup 2026

ຕາມການຕີລາຄາຂອງເວັບໄຊສະຖິຕິ Opta, ໃນການແຂ່ງຂັນນັດສຸດທ້າຍກັບທິມບານເຕະ ຊະອຸດີ ອາຣັບເບຍ, ທິນບານເຕະ Cape Verde ມີ 67% ໂອກາດເພື່ອລອດເຂົ້າຮອບ 1/16.
(ພາບ​ປະ​ກອບ: VGP)

# ພາ​ຍ​ຫຼັງ​ການ​ແຂ່ງ​ຂັນ​ທີ່​ເຮັດ​ໃຫ້ ແອ​ັດ​ສະ​ປາຍ ຕ້ອງ​ແບ່ງ​ຄະ​ແນນເປັນ​ເວ​ລາ 6 ວັນ, ທິບ​ບານ​ເຕະ Cape Verde ສືບ​ຕໍ່​ສ້າງ​ຄວາ​ມ​ປະ​ທັບ​ໃຈ​ເມື່ອ​ແຂ່ງ​ຂັນ​ສະ​ເໝີ​ກັນ 2 ປ​ະ​ຕູ​ຕໍ່ 2 ກັບ ອູ​ຣູກວາຍ ຢູ່​ນັດ​ແຂ່ງ​ຂັນ​ຮອບ 2 ສາຍ H World Cup 2026, ຈັດ​ຂຶ້​ນ​ໃນ​ຕອນ​ເຊົ້າ​ວັນ​ທີ 22 ມິ​ຖຸ​ນາ. ຢູ່​ສະ​ໜາມ​ກິ​ລາ Hard Rock, ນະ​ຄອນ Miami, ລັດ Florida, ອາ​ເມ​ລິ​ກາ, ທິນ​ບານ​ເຕະ Cape Verde ໄດ້​ຍິງ​ເຂົ້າ​ປະ​ຕູລ​ູກ​​ທຳ​ອິດ​ຂອງ​ເຂົາເຈົ້າ​ຢູ່ World Cup 2026. ຕາມ​ການ​ຕີ​ລາ​ຄາ​ຂອງ​ເວັບ​ໄຊ​ສະ​ຖິ​ຕິ Opta, ໃນ​ການ​ແຂ່ງ​ຂັນ​ນັດ​ສຸດ​ທ້າຍ​ກັບທິມ​ບານ​ເຕະ ຊະ​ອຸ​ດີ ອາ​ຣັບ​ເບຍ, ທິນ​ບານ​ເຕະ Cape Verde ​ມີ 67% ໂອ​ກາດ​ເພື່ອ​ລອດ​ເຂົ້າ​ຮອບ 1/16.

# ໄຊ​ຊະ​ນະ​ 4 ປະ​ຕູ​ຕໍ່ 0 ຂອງ ຍີ່​ປຸ່ນ ຕໍ່ Tunisia ໃນ​ຮອບ​ທີ 2 ສາຍ F ຈັດ​ຂຶ້​ນ​ໃນ​ວັນ​ທີ 20 ມິ​ຖຸ​ນາ ເປັນ​ຄັ້ງ​ທຳ​ອິດ​ມີ​ທິບ​ບານ​ເຕະ​ ອາ​ຊີ ຍິງ​ເຂົ້າ​ປ​ະ​ຕູ 4 ​ລູກ​ໃນ​ນັດ​ແຂ່ງ​ຂັນ​ໜຶ່ງ​ຢູ່ World Cup. ກ່ອນ​ໜ້ານັ້ນ, ຜົນ​ງານ​ດີ​ສຸດ​ຂອງ​ບັນ​ດາ​ທິມ​ບານ​ເຕະ​ຂຶ້​ນ​ກັບ​ສະ​ຫະ​ພັນ​ບານ​ເຕະ​ ອາ​ຊີ (AFC) ໃນ​ນັກ​ແຂ່ງ​ຂັນ​ໜຶ່ງ​ຂອງ World Cup ພຽງ​ແຕ່​ຍິງ​ເຂົ້າ​ປ​ະ​ຕູ 3 ຄັ້ງ​.


top