ຂ່າວສານ

ບັນດາການເຄື່ອນໄຫວສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ

      ສະເຫຼີມສະຫຼອງ 43 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2018) ແລະ ສະເຫຼີມສະຫຼອງ 132 ປີແຫ່ງວັນກຳມະກອນສາກົນ (01/05/1886 – 01/05/2018),
      ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ມີແຜນການຈັດຕັ້ງບັນດາການເຄື່ອນໄຫວທີ່ອຸດົມສົມບຸນ, ຫລາຍຮູບຫລາຍແບບ, ມີຄວາມໝາຍ, ແທດຈິງ, ປະຢັດ, ປະກອບສ່ວນສ້າງບັນຍາກາດເບີກບານມ່ວນຊື່ນ, ຮັບໃຊ້ປະຊາຊົນໃນບໍລິເວນ.
        ຕາມນັ້ນແລ້ວ, ວັນທີ 29 ເມສາ, ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ ຈະຈັດຕັ້ງພິທີອາໄລຫາຢູ່ບັນດາສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດໃນນະຄອນ ໂຮ່ຈີມິນ. ວັນທີ 26 ເມສາ, ຄະນະຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງບັນດາວັນບຸນໃຫຍ່ນະຄອນ ຈະຈັດຕັັ້ງງານວາງສະແດງຮູບຖ່າຍຢູ່ຖະໜົຍ່າງ ຫງວຽນເຫ້ວ, ຖະໜົນ ດົ່ງເຂີຍ ແລະ ຫໍວັດທະນະທຳແຮງງານ.
 (ແຫຼ່ງຄັດຈາກ VOV)


top