ຕອນຄ່ຳວັນທີ 02 ກັນຍາ, ຢູ່ນະຄອນຫຼວງ ປັກກິ່ງ, ສະຖານທູດ ຫວຽດນາມ ປະຈຳ ຈີນ ໄດ້ຈັດພິທີສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2026) ຢ່າງສົມກຽດ.
ທ່ານ ຟ້າມແທັງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ. (ພາບ: VNA)
ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມແທັງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ເນັ້ນໜັກວ່າ ຜ່ານໄລຍະ 8 ທົດສະຫວັດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ພິເສດພາຍຫຼັງ 40 ປີແຫ່ງການປ່ຽນແປງໃໝ່່, ຫວຽດນາມ ບັນລຸໄດ້ຫຼາຍຜົນງານໃຫຍ່ຫຼວງ, ຮອບດ້ານ. ຫວຽດນາມ ໄດ້ກາຍເປັນພື້ນຖານເສດຖະກິດຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງ, ມີອິດທິພົນຊື່ສຽງທີ່ນັບມື້ນັບສູງ; ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບປະກອບສ່ວນເຂົ້າໃນສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ຢູ່ ອິນເດຍ, ເນື່ອງໃນໂອກາດນີ້, ຄະນະກຳມະການສາມັກຄີ ອິນເດຍ - ຫວຽດນາມ ກໍ່ໄດ້ຈັດພິທີຖະຫວາຍດອກໄມ້ອາໄລຫາປະທານ ໂຮ່ຈີມິນ ຢູ່ນະຄອນ Kolkata, ລັດ Bengal ຕາເວັນຕົກ. ພາຍຫຼັງພິທີຖະຫວາຍດອກໄມ້, ບັນດາສະມາຊິກຄະນະກຳມະການສາມັກຄີ ອິນເດຍ - ຫວຽດນາມ ກໍ່ໄດ້ເຂົ້າຮ່ວມການໂອ້ລົມສົນທະນາກ່ຽວກັບ ຫວຽດນາມ ແລະ ການພົວພັນກັບ ອິນເດຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ Kusum Jain, ຮອງປະທານຄະນະກຳມະການສາມັກຄີ ອິນເດຍ - ຫວຽດນາມ ໄດ້ສົ່ງຄຳຊົມເຊີຍເຖິງປະຊາຊົນ ຫວຽດນາມ ເນື່ອງໃນໂອກາດວັນຊາດ ຫວຽດນາມ ຄົບຮອບ 81 ປີ.