ຕາມຂໍ້ມູນຂ່າວສານຈາກຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ນອນໃນຂອບເຂດບັນດາການເຄື່ອນໄຫວວິສາຫະກິດໃນປີ ອາຊຽນ 2020 ໂດຍ VCCI ເປັນເຈົ້າພາບຈັດຕັ້ງ ຕາມການແບ່ງວຽກຂອງຄະນະກຳມະການແຫ່ງຊາດ ອາຊຽນ 2020 ຈະດຳເນີນກອງປະຊຸມສຸດຍອດນັກທຸລະກິດຍິງ ອາຊຽນ (ASEAN Woman Entrepreneur Summit 2020).
ກອງປະຊຸມດັ່ງກ່າວ ຈະດຳເນີນຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຢູ່ ຮ່າໂນ້ຍ ໃນວັນທີ 09 ພະຈິກ 2020 ເຊິ່ງຈະປຶກສາຫາລືກ່ຽວກັບເລື່ອງສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດສະດວກດີ ແນໃສ່ຊຸກຍູ້ສິດ ແລະ ກຳລັງຄວາມສາມາດດ້ານເສດຖະກິດຂອງແມ່ຍິງ ແລະ ຄວາມສະເໝີພາບລະຫວ່າງຍິງ-ຊາຍໃນພາກພື້ນ ອາຊຽນ. ກ່ຽວຂ້ອງເຖິງກອງປະຊຸມສຸດຍອດດຳເນີນທຸລະກິດ ຫວຽດນາມ 2020 (Vietnam Business Summit – VBS 2020), ທ່ານ ຫວູຕ໊ຽນລົກ, ຫົວໜ້າຫ້ອງການ VCCI ໃຫ້ຮູ້ວ່າ: ດ້ວຍຫົວເລື່ອງປີ 2020 “ຫວຽດນາມ ຫັນເປັນດີຈີຕອນ: ເປັນເຈົ້າການຮັບມືເພື່ອມຸ່ງໄປເຖິງການພັດທະນາແບບຍືນຍົງ” ແລະ ຈະໄດ້ຈັດຕັ້ງໃນວັນທີ 12 ພະຈິກ 2020, ກອງປະຊຸມ VBS ຈະແມ່ນກາລະໂອກາດ ເພື່ອໃຫ້ບັນດານັກລົງທຶນຊອກຮູ້ກ່ຽວກັບແງ່ຫວັງດ້ານເສດຖະກິດ ຫວຽດນາມ ຕໍ່ໜ້າໂລກລະບາດໂຄວິດ-19 ກໍ່ຄືກຳນົດຄວາມສາມາດບົ່ມຊ້ອນການຮ່ວມມືໃນບັນດາຂະແໜງການທີ່ມີທ່າແຮງຂອງ ຫວຽດນາມ ໃນສະພາບທີ່ເສດຖະກິດທົ່ວໂລກປະສົບກັບຄວາມຫຍຸ້ງຍາກຄື logistics, ກະສິກຳ, ການບໍລິການ IT.
(ແຫຼ່ງຄັດຈາກ VOV)