ຂ່າວສານ

ບັນດາການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ຢູ່ ບຸນກາຣີ

ໂດຍສືບຕໍ່ການໄປຢ້ຽມຢາມ ບຸນກາຣີ ຢ່າງເປັນທາງການ, ວັນທີ 04 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ບຸນກາຣີ Tsveta Karayancheva ແລະ ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸນກາຣີ Ekterina Zaharieva.

ທ່ານ ຟ້າມບີ່ງມິງ ແລະ ທ່ານນາງປະທານສະພາແຫ່ງຊາດ ບຸນກາຣີ Tsveta Karayancheva
ທີ່ການເຂົ້າຢ້ຽມຂ່ຳນັບທ່ານປະທານສະພາແຫ່ງຊາດ ບຸນກາຣີ Tsveta Karayancheva, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ສະເໜີສະພາແຫ່ງຊາດ ບຸນກາຣີ ສືບຕໍ່ສະໜັບສະໜູນລັດຖະບານ 2 ປະເທດຜັນຂະຫຍາຍບັນດາມາດຕະການແນໃສ່ນຳການພົວພັນຮ່ວມມື 2 ຝ່າຍໃຫ້ພັດທະນາຢ່າງຮອບດ້ານ ແລະ ແທດຈິງ, ພ້ອມທັງ ສືບຕໍ່ສ້າງເງື່ອນໄຂເພື່ອໃຫ້ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ບຸນກາຣີ ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນເປັນຢ່າງດີ, ປະກອບສ່ວນໃຫ້ແກ່ການພັດທະນາຂອງ 2 ປະເທດ. ສ່ວນທ່ານປະທານສະພາແຫ່ງຊາດ ບຸນກາຣີ ຢືນຢັນວ່າ ຈະສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ໂດຍໄວ, ຖືນີ້ແມ່ນປະຕູເປີດກາລະໂອກາດຫລາຍຢ່າງ ເພື່ອໃຫ້ວິສາຫະກິດ 2 ຝ່າຍເປີດກ້ວາງການລົງທຶນ - ດຳເນີນທຸລະກິດ ແລະ ຮ່ວມມື.

ທ່ານ ຟ້າມບີ່ງມິງ ແລະ ທ່າງນາງ Ekterina Zaharieva 

ທີ່ການພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸນກາຣີ Ekterina Zaharieva, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳການຮ່ວມມືເສດຖະກິດຂຶ້ນສູ່ລະດັບສູງໃໝ່, ເໝາະສົມກັບການພົວພັນດ້ານການເມືອງ ແລະ ຄວາມສາມາດບົ່ມຊ້ອນຂອງ 2 ປະເທດ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ສະເໜີ ບຸນກາຣີ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ໃນບັນດາຂົງເຂດ ເຊິ່ງ ບຸນກາຣີ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ.

   ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, 2 ຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫລາຍຝ່າຍ ແນໃສ່ຍົກສູງທີ່ຕັ້ງຂອງທັງ 2 ປະເທດ ກໍ່ຄືການຮ່ວມມືເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ບຸນກາຣີ Ekterina Zaharieva ໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກມອບຮັບສຳນັກງານຂອງອົງການຕາງໜ້າການທູດ 2 ປະເທດ.

(ແຫຼ່ງຄັດຈາກ VOV)



top