ຈຸດພິເສດ ຂອງເຂດອະນຸລັກ ຊີວະນາໆ ພັນ 3 ໃນ 1
ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ ໃນເຂດປ່າສະຫງວນ ແຫ່ງຊາດ ນຸ໋ຍຈົ໋ວ, ມີເນື້ອທີ່ກວ່າ 106.646 ເຮັກຕາ (ເນື້ອທີ່ຫຼັກກວ່າ 16.400 ເຮັກຕາ), ຕັ້ງຢູ່ພື້ນທີ່ ສອງເມືອງຄື: ເມືອງ ນິງຫາຍ ແລະ ຖ້ວນບັກ, ຫ່າງຈາກນະຄອນ ຟານຣາງ-ຖາບຈ່າມ ຂອງ ແຂວງ ນິງຖ້ວນ ໄປທາງທິດ ຕາເວັນອອກສ່ຽງເໜືອ ປະມານ 30 ກິໂລແມັດ.
ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ ມີລະບົບສັດຢູ່ເທິງບົກທີ່ຫຼາກຫຼາຍ. ພາບ: ເອກະສານ ປ່າສະຫງວນ ແຫ່ງຊາດ ນຸ໋ຍຈົ໋ວ
ເຂດອະນຸລັກຊີວະນາໆ ພັນແຫ່ງນີ້ ມີໂຄງສ້າງພູມສັນຖານ ພິເສດ ປະກອບດ້ວຍ: ເຂດປ່າ, ເຂດທະເລ ແລະ ເຂດເຄິ່ງທະເລຊາຍ. ສະຖານທີ່ແຫ່ງນີ້ຖືວ່າ ມີສະພາບອາກາດຮ້າຍແຮງ ທີ່ສຸດຢູ່ ຫວຽດນາມ ໂດຍມີປະລິມານຝົນຕົກໜ້ອຍ ແລະ ອາກາດຮ້ອນຕະຫຼອດປີ. ອາ ກາດແຫ້ງແລ້ງແບບນີ້ ໄດ້ສ້າງລະບົບນິເວດ ສັດ-ພືດ ທີ່ມີລັກສະນະ ຈຳເພາະ, ໃນນັ້ນ ມີພືດພັນຫຼາຍຊະນິດ ສາມາດ ທົນທານ ຕໍ່ ຄວາມແຫ້ງແລ້ງ ແລະ ຄວາມຮ້ອນເຊັ່ນ: ຕົ້ນກະບອງເພັດ, ຕົ້ນໝາກຫວ້າ, ຕົ້ນໝາກເກັນ,... ດ້ວຍເຫດນັ້ນ ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ ຈິ່ງຖືວ່າ ເປັນ “ເຂດຕົ້ນປ່າ ມີໜາມ ທ່ີກວ້າງໃຫຍ່” ໜຶ່ງບໍ່ມີສອງຢູ່ ຫວຽດນາມ.
ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ ມີລະບົບພຶກສາສາດທີ່ອຸດົມຫຼາກຫຼາຍທີສຸດ. ພາບ: ເອກະສານ ປ່າສະຫງວນ ແຫ່ງຊາດ ນຸ໋ຍຈົ໋ວ
ບໍ່ພຽງແຕ່ມີປ່າເທົ່ານັ້ນ, ຢູ່ທີ່ນີ້ຍັງມີສັດ ແລະ ພືດທະເລ ທີ່ອຸດົມສົມ ບູນທີສຸດເນື່ອງຈາກມີຊາຍຝັ່ງທະເລຍາວ 40 ກິໂລແມັດອ້ອມຮອບ.
ກອງປະຊຸມຄັ້ງທີ 33 ຂອງ ສະພາ ປະສານງານສາກົນ ກ່ຽວກັບໂຄງ ການມະນຸດ ແລະ ຊັ້ນອາກາດຊີວະນາໆ ພັນ (CIC-MAB) ໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 13 - 17 ກັນຍາ 2021 ຢູ່ ປະເທດ ນີເຊຣີ, ສອງເຂດອະນຸລັກຊີວະນາໆ ພັນຂອງ ຫວຽດນາມ ຄື ນຸ໋ຍຈົ໋ວ (ແຂວງ ນິງຖ້ວນ) ແລະ ກອນຮ່ານຶ່ງ (ແຂວງ ຢາລາຍ) ໄດ້ຖືກຮັບຮອງຈາກ ຢູແນັສໂກ ວ່າເປັນເຂດອະນຸລັກ ຊີວະນາໆ ພັນໂລກ ຢ່າງເປັນທາງການ, ເຮັດໃຫ້ຈຳນວນເຂດອະນຸລັກ ຊີວະນາໆ ພັນໂລກ ຢູ່ ຫວຽດນາມ ມີເຖິງ 11 ແຫ່ງ.
ສະຖານທີ່ແຫ່ງນີ້ ມີເຕົ່າທະເລ ຂຶ້ນມາ ວາງໄຂ່ ເປັນປະຈຳ ໃນແຕ່ລະປີ ແລະ ກຸ່ມປະກາລັງຢູ່ແຄມຝັ່ງ ໃຫຍ່ທີ່ສຸດ ຫວຽດນາມ ກັບ 350 ຊະນິດ. ນອກຈາກນັ້ນ, ເຂດອະນຸລັກຊີວະນາໆ ພັນ ນຸ໋ຍຈົ໋ວ ຍັງມີຊື່ສຽງ ຍ້ອນມີຫາດຊາຍທະເລທີ່ສວຍງາມ ແລະ ທຳມະຊາດ ເປັນດັ້ງເດີມທີສຸດເຂດພາກກາງຄື: ບິ່ງຕຽນ, ເນືອກງອດ, ຫາດ ຈ໋ວຍ, ຫາດ ທຸ່ງ, ຫາດ ເກງ... ກັບຫາດຊາຍຄົດໂຄ້ງ ຕິດກັບຕີນພູ ຊຶ່ງ ສ້າງເປັນ ທິວທັດທໍາມະຊາດ ທີ່ສວຍງາມ ກັບນໍ້າທະເລສີຄາມ, ຫາດຊາຍ ຂາວນຽນ ແລະ ທີ່ເຕັມໄປດ້ວຍແສງແດດ.
ໂງ່ນຫີນ ຢູ່ ນຸ໋ຍຈົ໋ວ ຖືກຈັດໂດຍທຳມະຊາດ ຢູ່ເຂດອະນຸລັກຊີວະນາໆ ພັນ ນຸ໋ຍຈົ໋ວ. ພາບ: ເອກະສານ ປ່າສະຫງວນແຫ່ງຊາດ ນຸ໋ຍຈົ໋ວ
ຕາມຜົນການຄົ້ນຄວ້າ, ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ, ປັດຈຸບັນ ມີແນວພັນພຶກສາສາດ 1.514 ຊະນິດ, ໃນນັ້ນມີ 54 ຊະນິດ ຖືກບັນ ທຶກໄວ້ ໃນປຶ້ມແດງ ຫວຽດນາມ ແລະ ໃນບັນຊີແດງໂລກ (IUCN). ລະບົບສັດ ກໍມີຄວາມຫຼາກຫຼາຍດ້ວຍ 766 ຊະນິດ, ໃນນັ້ນມີ 48 ຊະນິດທີ່ຫາຍາກ ຢູ່ໃນປຶ້ມແດງ ຫວຽດນາມແລະ ໃນບັນຊີແດງໂລກ. ພິເສດ, ຢູ່ແຫ່ງນີ້ ຍັງມີສັດ ທີ່ມີຄ່າຫາຍາກຫຼາຍຊະນິດ ມີຄວາມສຳຄັນ ລະດັບສາກົນ, ເພາະສະນັ້ນ ກໍາລັງໄດ້ຮັບການອະນຸລັກຮັກສາຢ່າງເຂັ້ມງວດເຊັ່ນ: ຄ່າງ ຕີນດໍາ, ຟານໄກ້.
ພື້ນທີ່ອ້ອມຮອບເຂດ ເຂດອະນຸລັກຊີວະນາໆ ພັນ ຍັງເປັນບ່ອນ ດໍາລົງຊີວິດ ຂອງ ບັນດາເຜົ່າ ຢູ່ທ້ອງຖິ່ນເຊັ່ນ: ຣາໄລ, ຈຳ ແລະ ຊາວ ຈີນ. ເຂົາເຈົ້າດຳລົງຊີວິດ ຢູ່ທີ່ນີ້ ມາແຕ່ດົນນານ, ມີສີສັນ ວັດທະນະທຳທີ່ອຸດົມສົມບູນ ແລະ ດຳລົງຊີວິດດ້ວຍຫຼາຍອາຊີບເຊັ່ນ: ຜະລິດເກືອ, ປູກຜັກບົ່ວ, ຜັກທຽມ, ລ້ຽງສັດ, ເຄື່ອງດົນຕີ ປະຈຳເຜົ່າ ແລະ ອື່ນໆ, ຊຶ່ງສ້າງເປັນ ເຂດຊຸມຊົນ ທີ່ມີຈຸດພິເສດ ເປັນເອກະລັກ ໃນພື້ນທີ່.
ດ້ວຍບັນດາຄຸນຄ່າພິເສດດັ່ງກ່າວ, ວັນທີ 15 ກັນຍາ 2021, ປ່າສະ ຫງວນແຫ່ງຊາດ ນຸ໋ຍຈົ໋ວໄດ້ຖືກຮັບຮອງຈາກ (UNESCO) ເປັນ
ບໍ່ພຽງແຕ່ມີປ່າເທົ່ານັ້ນ, ຢູ່ທີ່ນີ້ຍັງມີສັດ ແລະ ພືດທະເລ ທີ່ອຸດົມສົມ ບູນທີສຸດ ເນື່ອງຈາກມີຊາຍຝັ່ງທະເລຍາວ 40 ກິໂລແມັດອ້ອມຮອບ. ສະຖານທີ່ແຫ່ງນີ້ ມີເຕົ່າທະເລ ຂຶ້ນມາ ວາງໄຂ່ ເປັນປະຈຳ ໃນແຕ່ລະປີ ແລະ ກຸ່ມປະກາລັງຢູ່ແຄມຝັ່ງ ໃຫຍ່ທີ່ສຸດ ຫວຽດນາມ ກັບ 350 ຊະນິດ.
ເຂດອະນຸລັກຊີວະນາໆ ພັນຂອງໂລກຢ່າງເປັນທາງການ. ເມື່ອກ່າວເຖິງເຫດການດັ່ງກ່າວ, ທ່ານ ເຈິ່ນວັນຕຽບ, ຜູ້ອຳນວຍການເຂດປ່າສະຫງວນແຫ່ງຊາດ ນຸ໋ຍຈົ໋ວ ບໍ່ອາດປິດບັງໄດ້ຄວາມປິຕິຍິນດີ ຂອງ ຕົນ ແລະ ໃຫ້ຮູ້ວ່າ: “ເມື່ອໄດ້ຍິນ ຢູແນັສໂກ ຮັບຮອງເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ, ພວກຂ້າພະເຈົ້າຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍ ຍ້ອນນາມມະຍົດນີ້ ສະແດງອອກມາ ຄວາມເຊີດຊູ ແລະ ຮັບຮູ້ ບັນດາຄວາມມານະພະຍາຍາມ ຂອງ ນິງຖ້ວນ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ໃນວຽກງານອະນຸລັກ ແລະ ພັດທະນາ ແຫຼ່ງ ຊັບພະຍາກອນ ຊີວະນາໆ ພັນ, ກໍ່ຄືການອະນຸລັກຮັກສາ ວັດທະນະທຳທ້ອງຖິ່ນ, ໜູນຊ່ວຍວຽກງານການຄົ້ນຄວ້າ ຢູ່ທີ່ນີ້ ອີກດ້ວຍ”.
ຕິດຕາມການຂະຫຍາຍພັນ ເຕົ່າທະເລ ຢູ່ ນຸ໋ຍຈົ໋ວ. ພາບ: ເອກະສານ ປ່າສະຫງວນແຫ່ງຊາດ ນຸ໋ຍຈົ໋ວ
ຕາມຜົນການຄົ້ນຄວ້າ, ເຂດອະນຸລັກ ຊີວະນາໆ ພັນ ນຸ໋ຍຈົ໋ວ, ປັດຈຸບັນ ມີແນວພັນພຶກສາສາດ 1.514 ຊະນິດ, ໃນນັ້ນມີ 54 ຊະນິດ ຖືກບັນ ທຶກໄວ້ ໃນປຶ້ມແດງ ຫວຽດນາມ ແລະ ໃນບັນຊີແດງໂລກ (IUCN). ລະບົບສັດ ກໍມີຄວາມຫຼາກຫຼາຍດ້ວຍ 766 ຊະນິດ, ໃນນັ້ນມີ 48 ຊະນິດທີ່ຫາຍາກ ຢູ່ໃນປຶ້ມແດງ ຫວຽດນາມແລະ ໃນບັນຊີແດງໂລກ. ພິເສດ, ຢູ່ແຫ່ງນີ້ ຍັງມີສັດ ທີ່ມີຄ່າຫາຍາກຫຼາຍຊະນິດ ມີຄວາມສຳຄັນ ລະດັບສາກົນ, ເພາະສະນັ້ນ ກໍາລັງໄດ້ຮັບການອະນຸລັກຮັກສາຢ່າງເຂັ້ມງວດເຊັ່ນ: ຄ່າງ ຕີນດໍາ, ຟານໄກ້. ຈຸດຫມາຍປາຍທາງ ທີ່ປະທັບໃຈ ຂອງ ນິງຖ້ວນ
ພາຍຫຼັງໄດ້ຖືກຮັບຮອງຈາກອົງການ ຢູແນັສໂກ, ແຂວງ ນິງຖ້ວນ ໄດ້ເພີ່ມທະວີ, ຊຸກຍູ້ຢ່າງແຂງແຮງຂໍ້ມູນຂ່າວສານ, ໂຄສະນາເຜີຍແຜ່ ກ່ຽວກັບເຂດອະນຸລັກຊີວະນາໆ ພັນ, ພ້ອມດຽວກັນ ໄດ້ສ້າງຕັ້ງ ຄະ ນະ ຄຸ້ມຄອງ ແນໃສ່ສ້າງເງື່ອນໄຂດີທີ່ສຸດ ໃຫ້ແກ່ວຽກງານຄຸ້ມຄອງ, ພັດທະນາເຂດອະນຸລັກຊີວະນາໆ ພັນ ນຸ໋ຍຈົ໋ວ ໃຫ້ກາຍເປັນ ຈຸດນັດພົບ ທີ່ດຶງດູດໃຈຂອງທ້ອງຖິ່ນ ຕາມທິດອະນຸລັກຮັກສາ ບັນດາຄຸນຄ່າ ຊີວະນາໆ ພັນ ແບບຍືນຍົງ.
ຝາຫີນສູງຊັນ - ທັດສະນີຍະພາບແຫ່ງໜຶ່ງຢູ່ເຂດທະເລ ນຸ໋ຍຈົ໋ວ. ພາບ: VNP
ດັ່ງນັ້ນ, ນິງຖ້ວນ ຈິ່ງຍູ້ແຮງ ການຜັນຂະຫຍາຍ ຢ່າງຄົບຊຸດ ບັນດາວິທີການແກ້ໄຂ ກ່ຽວກັບການປົກປັກຮັກສາ ແລະ ຟື້ນຟູລະບົບນິເວດປ່າ, ທະເລ, ພ້ອມທັງຜັນຂະຫຍາຍຫຼາຍໂຄງການຄົ້ນຄວ້າ, ສຳຫຼວດ ປະກອບເພີ່ມເຕີມ ບັນຊີ ຊະນິດພືດ ແລະ ສັດຊະນິດໃໝ່. ປັດຈຸບັນ, ຄະນະຄຸ້ມຄອງເຂດອະນຸລັກຊີວະນາໆ ພັນໂລກ ນຸ໋ຍຈົ໋ວ ກຳລັງສືບຕໍ່ ກໍ່ສ້າງ ແລະ ເຮັດໃຫ້ສຳເລັດ ລະບົບສວນພຶກສາສາດ, ສວນກ້າເບ້ຍ, ເຂດກູ້ຊີບສິ່ງທີ່ມີຊີວິດ ໃນທ້ອງທະເລ ເພື່ອອະນຸລັກຮັກສາ ແລະ ພັດ ທະນາແຫຼ່ງພັນທຸກຳ ທີີ່ມີຄ່າຫາຍາກ, ມີໄພອັນຕະລາຍໃກ້ຈະຖືກ ສູນພັນ ແລະ ພັດທະນາ ຂະຫຍາຍເນື້ອທີ່ປ່າ ທີ່ມີຢູ່ແລ້ວ.
ຄຽງຄູ່ກັບການອະນຸລັກຮັກສາ ແລະ ພັດທະນາ ຊັບພະຍາກອນ ທຳມະຊາດ, ນິງຖ້ວນ ຍັງໄດ້ສຸມໃສ່ຍູ້ແຮງ ການຜັນຂະຫຍາຍ ບັນດາການເຄື່ອນໄຫວ ຕ້ອນຮັບນັກທ່ອງທ່ຽວ ຢູ່ເຂດປ່າສະຫງວນແຫ່ງຊາດ ນຸ໋ຍຈົ໋ວ ດ້ວຍວິທີເຮັດໃຫ້ຫຼາກຫຼາຍ ບັນດາຮູບການທ່ອງທ່ຽວ ແລະ ເນື້ອໃນ ເຄື່ອນໄຫວທ່ອງທ່ຽວ ຢູ່ພື້ນທີ່ນີ້ ເພື່ອສ້າງຄວາມດຶງດູດໃຈນັກທ່ອງທ່ຽວ. ໃນນັ້ນ, ສາມາດກ່າວເຖິງ ບັນດາປະເພດການທ່ອງທ່ຽວ ຕົ້ນຕໍ ເຊັ່ນ: ການທ່ອງທ່ຽວຊີວະພາບຊຸມຊົນ, ການທ່ອງທ່ຽວທີ່ຕິດພັນ ກັບການອະນຸລັກຮັກສາທຳມະຊາດ ແລະ ທ່ອງທ່ຽວຜ່ານ ປະສົບການຕົວຈິງ.
ສຳລັບຮູບການທ່ອງທ່ຽວຊີວະພາບຊຸມຊົນ, ນັກທ່ອງທ່ຽວ ມາຍັງ ເຂດອະນຸລັກຊີວະນາໆ ພັນ ນຸ໋ຍຈົ໋ວ ຈະມີ ປະສົບການຕົວຈິງ ທີ່ໜ້າ ຈົດຈຳ ເມື່ອໄດ້ໄປຢ້ຽມຢາມ, ຊອກຮູ້ ກ່ຽວກັບ ບັນດາ ການເຄື່ອນໄຫວວັດທະນະທຳ, ຄວາມຊີນເຄີຍໃນການທຳມາຫາກິນ, ດຳລົງຊີວິດ ຂອງວົງຄະນາຍາດ ບັນດາເຜົ່າຢູ່ ທ້ອງຖິ່ນຄື: ຣາ ເກີໄລ, ຈຳ ແລະ ຊາວຈີນ. ຢູ່ທີ່ນີ້, ນັກທ່ອງທ່ຽວ ຈະໄດ້ເຈືຶຶອຈານເຂົ້າກັບ ຊີວິດທີ່ລຽບງ່າຍ ແລະ ໃກ້ຊິດກັບທຳມະຊາດ ຂອງ ປະຊາຊົນ, ໄດ້ລອງເຮັດຜະລິດຕະພັນເຄື່ອງຫັດຖະກຳ ແລະ ເພີດເພີນກັບບັນດາຜະລິດຕະພັນ ທີ່ຜະລິດຈາກໝາກໄມ້ປ່າ ຂອງ ຊາວທ້ອງຖິ່ນ…
ສຳລັັບການທ່ອງທ່ຽວ ທີ່ຕິດພັນກັບ ການອະນຸລັກຮັກສາ ທໍາມະຊາດ, ເປົ້າໝາຍບໍລິການ ສ່ວນຫຼາຍຈະແມ່ນນັກຮຽນ-ນັກສຶກສາ ແລະ ຜູ້ທີ່ຮັກມັກທຳມະຊາດ ທີ່ມີເນື້ອໃນ ທີ່ກ່ຽວຂ້ອງ ເຖິງ ການສຶກສາ ແລະ ສຳຜັດຕົວຈິງ. ນັກທ່ອງທ່ຽວຈະໄດ້ຊອກຮູ້ ກ່ຽວກັບການອະນຸລັກຮັກສາເຂດທະເລ ທີ່ປ່າສະຫງວນແຫ່ງຊາດ ແລະ ວຽກງານກູ້ໄພທາງທະເລ. ນອກຈາກນັ້ນ, ນັກທ່ອງທ່ຽວ ຍັງສາມາດ ເຂົ້າຮ່ວມ ກິດຈະກໍາຕ່າງໆ ເຊັ່ນ: ຜະລິດເກືອ, ປູກຜັກບົ່ວ, ຜັກທຽມ ແລະ ກິດຈະກໍາປະຈໍາວັນອື່ນໆ ເພື່ອຜ່ານປະສົບການຕົວຈິງ ກັບຊີວິດຂອງ ປະຊາຊົນຢູ່ທີ່ນີ້.
ຮູບການທ່ອງທ່ຽວ ອີກປະເພດໜຶ່ງ ທີ່ກຳລັງດຶງດູດໃຈ ນັກທ່ອງທ່ຽວ ນັ້ນແມ່ນ ການທ່ອງທ່ຽວ ຜ່ານປະສົບການຕົວຈິງ ໂດຍຜ່ານບັນດາ ກິດຈະກຳ ທີ່ໜ້າສົນໃຈເຊັ່ນ: ການຍ່າງຂຶ້ນເທິງ ຈອມ ນຸ໋ຍຈົ໋ວ ທີ່ມີ ຄວາມສູງກວ່າ 1.000 ແມັດ ເພື່ອເອົາຊະນະຕົນເອງ, ຕັ້ງຄ້າຍ ຄ້າງຄືນ ທີ່ສວນສາທາລະນະ ຫຼື ເຈືອຈານ ເຂົ້າກັບ ຊີວິດ ຂອງ ຊາວທ້ອງຖິ່ນ. ນັກທ່ອງທ່ຽວ ທີ່ເຂົ້າຮ່ວມ ການທ່ອງທ່ຽວ ສຳຜັດຕົວຈິງ ເຫຼົ່ານີ້ ຈະໄດ້ຮັບການແນະນໍາ ແລະ ຊ່ວຍເຫຼືອ ຈາກຜູ້ນໍາທ່ຽວ ທ້ອງຖິ່ນ ໃນລະຫວ່າງການເດີນທາງ ໄປຄົ້ນພົບເຂດດິນແດນ ທີ່ຍັງ ຄົງຮັກສາຄວາມປະຖົມປະຖານ ດັ່ງເດີມນີ້, ດັ່ງນັ້ນ ມັນເປັນໜ້າ ສົນໃຈຫຼາຍ.
ພິເສດ, ເມື່ອມາຮອດເຂດອະນຸລັກຊີວະນາໆ ພັນ ພູຈົ໋ວ, ນັກທ່ອງທ່ຽວ ຈະໄດ້ມີໂອກາດຄົ້ນພົບ ບັນດາຫາດຊາຍທະເລ ທີ່ສວຍງາມບໍລິ ສຸດ, ໄດ້ແຊ່ຕົວໃນນໍ້າທະເລ ທີ່ຂຽວສົດໃສ ແລະ ດຳນ້ຳຊົມປະກາລັງທີ່ມີຫຼາກຫຼາຍສີສັນ.
ເຂດອະນຸລັກຊີວະນາໆ ພັນໂລກ ນຸ໋ຍຈົ໋ວຍັງໄດ້ ທໍາມະຊາດ ໂປດປານ ໃຫ້ ສະຖານທີ່ແຫ່ງໜຶ່ງທີ່ສວຍງາມ, ນັ້ນແມ່ນຖໍ້າ ຣ໋າຍ ມີທັດສະນີ ຍະພາບ ທີ່ໃຫຍ່ໂຕໂອ້ຖົງ ແລະ ສວຍງາມ ແປກຕາ. ຖໍ້າ ຣ໋າຍ ປຽບທຽບໄດ້ກັບ ສິ່ງມະຫັດສະຈັນທາງທຳມະຊາດຄື “ນ້ຳຕົກຕາດເທິງທະເລ”. ຜ່ານການປ່ຽນແປງ ທາງທໍລະນີສາດ ນັບຫຼາຍພັນປີ ຖ້ຳຣ໋າຍ ໄດ້ປະກອບ ເປັນຮູບເປັນຮ່າງ ຈາກບັນດາກຸ່ມປະກາລັງ ບູຮານ ທີ່ ກາຍເປັນຫີນປູນ, ສ້າງເປັນຫາດຫີນສອງຊັ້ນ ທີ່ສວຍງາມ ມີຫຼາຍຮູບ ຊົງເປັນ ເອກະລັກ ແລະ ແຕກຕ່າງກັນ. ຈາກຄື້ນທະເລ ທ່ີພັດຂຶ້ນເທິງ ໂງ່ນຫີນ ແລ້ວຄ່ອຍໆ ໄຫຼລົງເປັນຊັ້ນໆ ໄດ້ສ້າງເປັນ ພາບພົດຄ້າຍຄື ນ້ຳຕົກຕາດ ທີ່ໄຫຼຜ່ານທະເລ, ເຮັດໃຫ້ ຜູ້ມາທ່ຽວຊົມ ຕ້ອງຕົກຕະລຶງ ຕໍ່ຄວາມງົດງາມຂອງທຳມະຊາດ.
ການຮັບຮອງຂອງ ຢູແນັສໂກ ກ່ຽວກັບເຂດອະນຸລັກຊີວະນາໆ ພັນໂລກ ນຸ໋ຍຈົ໋ວແມ່ນກຳລັງຊຸກຍູ້ໃຫ້ແຂວງ ນິງຖ້ວນ ລົງທຶນ ອະນຸລັກຮັກສາ ແລະ ພັດທະນາ ແຫຼ່ງຊັບສົມບັດ ທີ່ທຳມະຊາດ ໄດ້ ໂປດປານໃຫ້ ເພື່ອໃຫ້ໂລກ ມີເຂດອະນຸລັກຊີວະນາໆ ພັນທີ່ເປັນເອກະລັກສະເພາະ ທີ່ອຸດົມສົມບູນໄປດ້ວຍຄວາມສາມາດບົ່ມຊ້ອນ ອີກແຫ່ງໜຶ່ງ ແລະ ນັກທ່ອງທ່ຽວ ມີຈຸດຫມາຍປາຍທາງ ທີ່ໜ້າ ປະທັບໃຈອີກແຫ່ງໜຶ່ງ.
ບົດ: ເຊີນເງ໊ຍ - ພາບ: VNP ແລະ ເອກະສານ - ເຕັກນິກກະຣາຟິກ: ຈ້ອງແຮ້ງ - ແປໂດຍ: ບິກລຽນ