ຂ່າວສານ

ນຳ​ເອົາ​ບຸນ​ປີ​ໃໝ່​ມາ​ໃຫ້​ປະ​ຊາ​ຊົນ​ທຸກ​ຍາກ​ເຂດ​ພູ​ສູງ​ແຂວງ ເຊີນລາ

ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ - ລະດູບານໃໝ່ປີມະເມຍ 2026, ວັນທີ 27 ມັງກອນ, ວິທະຍາຄານວິທະຍາສາດການທະຫານເປັນເຈົ້າພາບ, ສົມທົບກັບຫົວໜ່ວຍຕ່າງໆ ຈັດລາຍການ “ລະດູບານໃໝ່ເຂດຊາຍແດນ” ປີ 2026 ຢູ່ຕາແສງ ຈ່ຽງເຊີນ ແລະ ຫຼອງເຊີບ, ແຂວງ ເຊີນລາ.
ຄະນະປະຕິບັດງານມອບຂອງຂວັນປີໃໝ່ໃຫ້ແກ່ບັນດາຫົວໜ່ວຍ, ໂຮງຮຽນໃນບໍລິເວນ

ໃນລາຍການ, ຄະນະປະຕິບັດງານໄດ້ມອບຂອງຂວັນເກືອບ 800 ພູດ ລວມມູນຄ່າເກືອບ 1,4 ຕື້ດົງ (53.100 USD) ມອບໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວປະສົບກັບຄວາມຫຍຸ້ງຍາກ, ບັນດານັກຮຽນທຸກຍາກແຕ່ຮຽນເກັ່ງ; ມອບຂອງຂວັນທີ່ມີຄວາມໝາຍເຖິງບັນດາອົງການ, ຫົວໜ່ວຍ, ໂຮງຮຽນອະນຸບານ, ປະຖົມ, ມັດທະຍົມໃນບໍລິເວນຕາແສງ ຈ່ຽງເຊີນ ແລະ ຫຼອງເຊີບ ເນື່ອງໃນໂອກາດບຸນປີໃໝ່ ແລະ ລະດູບານໃໝ່ວຽນມາ.

ທ່ານພົນຈັດຕະວາ ຫງວຽນດິ່ງຈູງ, ກຳມະການການເມືອງວິທະຍາຄານວິທະຍາສາດການທະຫານ

ກ່າວຄຳເຫັນໃນພິທີ, ທ່ານພົນຈັດຕະວາ ຫງວຽນດິ່ງຈູງ, ກຳມະການການເມືອງວິທະຍາຄານວິທະຍາສາດການທະຫານ, ໃຫ້ຮູ້ວ່າ:

        “ລາຍການລະດູບານໃໝ່ເຂດຊາຍແດນ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍດ້ານການເມືອງ, ສັງຄົມ ແລະ ວັດທະນະທຳມະນຸດທີ່ເລິກເຊິ່ງ, ແມ່ນການຫັນແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍຂອງລັດເປັນອັນລະອຽດມຸ່ງໄປເຖິງເລື່ອງນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ກຳລັງປະກອບອາວຸດເຂດຊາຍແດນຂອງປະເທດຊາດໃນແຕ່ລະໂອກາດບຸນປີໃໝ່ວຽນມາ”.

        ສ່ວນທ່ານ ເລຈ້ອງບິ່ງ, ເລຂາພັກ, ປະທານສະພາປະຊາຊົນຕາແສງ ຈ່ຽງເຊີນ, ຢັ້ງຢືນວ່າ:

        “ລາຍການ “ລະດູບານໃໝ່ເຂດຊາຍແດນ” ບໍ່ພຽງແຕ່ນຳມາເຊິ່ງຂອງຂວັນທາງດ້ານວັດຖຸເທົ່ານັ້ນ, ຫາກລ້ຳຄ່າກວ່ານັ້ນແມ່ນນ້ຳໃຈຄວາມຮັກແພງ, ການແບ່ງປັນ ແລະ ຈິດໃຈສາມັກຄີລະຫວ່າງທະຫານກັບປະຊາຊົນ, ແມ່ນສາຍຈິດມິດໃຈຢ່າງເລິກເຊິ່ງມຸ່ງໄປເຖິງປະຊາຊົນທ້ອງຖິ່ນເຂດຊາຍແດນຂອງປະເທດຊາດ. ຂອງຂວັນແຕ່ພູດ ເຊິ່ງຄະນະປະຕິບັດງານມອບໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ, ຄອບຄົວນະໂຍບາຍ,.... ຈະປະກອບສ່ວນຊ່ວຍໃຫ້ປະຊາຊົນມີເງື່ອນໄຂຕ້ອນຮັບບຸນປີໃໝ່, ລະດູບານໃໝ່ດ້ວຍຄວາມອົບອຸ່ນ ແລະ ເບີກບານມ່ວນຊື່ນກວ່າ”.


top