ນັບແຕ່ວັນທີ 01 ກໍລະກົດ, ຫວຽດນາມ ໄດ້ຈັດຕັ້ງຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ (ລວມມີແຂວງ ແລະ ຕາແສງ) ຢ່າງເປັນທາງການ. ຕາມນັ້ນແລ້ວ, ທົ່ວປະເທດມີ 34 ແຂວງ, ນະຄອນ ແລະ 3.321 ຫົວໜ່ວຍບໍລິຫານຂັ້ນຕາແສງ ດ້ວຍຈຳນວນພະນັກງານ, ລັດຖະກອນເກືອບ 1,5 ລ້ານຄົນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ
ຕາມແຜນການຂອງລັດຖະບານແລ້ວ, ນັບແຕ່ວັນທີ 01 ກໍລະກົດ, ທັງລະບົບແກ້ໄຂລະບຽບການບໍລິຫານອອນໄລໄດ້ດຳເນີນເປັນເອກະພາບໃນຖານບໍລິການສາທາລະນະແຫ່ງຊາດ dichvucong.gov.vn. ເມື່ອກ່າວຄຳເຫັນໃນກອງປະຊຸມທີ່ໄດ້ດຳເນີນໃນຕອນບ່າຍວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ໃຫ້ຮູ້ວ່າ ການນຳເຂົ້າເຄື່ອນໄຫວລະບົບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຈະສືບຕໍ່ໄດ້ຮັບການປັບປຸງ, ຍົກສູງຄວາມສາມາດ, ແກ້ໄຂບັນດາບັນຫາເກີດຂຶ້ນແບບບັງເອີນຢ່າງທັນການ, ຮັບປະກັນລະບົບການເຄື່ອນໄຫວໃຫ້ລຸລ່ວງ, ເພີ່ມທະວີການສົມທົບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເພື່ອປົກປັກຮັກສາຄວາມໝັ້ນຄົງ, ຄວາມປອດໄພດ້ານຂໍ້ມູນຂ່າວສານ, ໂດຍສະເພາະແມ່ນການຫັນເປັນດີຈີຕອນ ແລະ ການສະໜອງການບໍລິການສາທາລະນະ.
“ສືບຕໍ່ຮັກສາປະສິດທິຜົນຂອງບັນດາໜ່ວຍເຕັກໂນໂລຢີດີຈີຕອນວົງຄະນະຍາດ, ໜ່ວຍງານໜູນຊ່ວຍໂດຍໄວ, ແນະນຳວິທີເຮັດ ແລະ ຕອບບັນດາຂໍ້ຕິດຄັດຂອງປະຊາຊົນຢູ່ຮາກຖານ. ຝຶກອົບຮົມ ແລະ ບຳລຸງສ້າງການຫັນເປັນດີຈີຕອນຕາມທິດສຸມໃສ່ທັກສະການເຄື່ອນໄຫວຂອງບັນດາລະບົບລະອຽດ ແລະ ຂັ້ນຕອນເຮັດວຽກແບບໃໝ່. ສຳຫຼວດກວດຄືນບັນດາບັນຫາທີ່ຍັງບໍ່ທັນເໝາະສົມກ່ຽວກັບລະບົບຂໍ້ມູນ ເພື່ອເຄື່ອນໄຫວຮັບໃຊ້ປະຊາຊົນ ແລະ ວິສາຫະກິດ”.