ຮ່າງກົດໝາຍໄດ້ອອກແບບສຸມໃສ່ 7 ກຸ່ມເນື້ອໃນໃຫຍ່, ໃນນັ້ນມີການພັດທະນາ ສະພາບນິເວດອຸດສາຫະກຳວັດທະນະທຳ, ຊັບສິນທາງປັນຍາ, ຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ຕະຫຼາດອຸດສາຫະກຳວັດທະນະທຳ ພ້ອມກັບນະໂຍບາຍການເງິນ ແລະ ການໜູນຊ່ວຍ, ບຸລິມະສິດການລົງທຶນ.
ທ່ານນາງ ເລິມທິເຟືອງແທັງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສະເໜີຮ່າງກົດໝາຍໂດຍຫຍໍ້ (ພາບ: VNA)
ໂດຍສືບຕໍ່ກອງປະຊຸມຄັ້ງທີ 6 ເມື່ອຕອນບ່າຍວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປຶກສາຫາລື ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍພັດທະນາອຸດສາຫະກຳວັດທະນະທຳ. ຮ່າງກົດໝາຍນຳມາເຊິ່ງຫຼາຍກົນໄກພິເສດສະເພາະນັບແຕ່ການທົດລອງເຕັກໂນໂລຢີຕະຫຼອດຮອດການຍົກເວັ້ນພາສີໃຫ້ແກ່ຜູ້ມີຄວາມເກັ່ງກ້າສາມາດ.
ໂດຍສະເໜີຮ່າງກົດໝາຍໂດຍຫຍໍ້, ທ່ານນາງ ເລິມທິເຟືອງແທັງ, ລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຢັ້ງຢືນວ່າ ການປະກາດໃຊ້ກົດໝາຍວ່າດ້ວຍພັດທະນາອຸດສາຫະກຳວັດທະນະທຳ ແມ່ນຈຳເປັນເພື່ອແນໃສ່ລຸລ່ວງແຫຼ່ງກຳລັງ, ຊຸກຍູ້ຫົວຄິດປະດິດສ້າງ, ພັດທະນາຕະຫຼາດ ແລະ ນຳອຸດສາຫະກຳວັດທະນະທຳກາຍເປັນກຳລັງໜູນເຕີບໂຕຂອງປະເທດຊາດ. ຮ່າງກົດໝາຍໄດ້ອອກແບບສຸມໃສ່ 7 ກຸ່ມເນື້ອໃນໃຫຍ່, ໃນນັ້ນມີການພັດທະນາ ສະພາບນິເວດອຸດສາຫະກຳວັດທະນະທຳ, ຊັບສິນທາງປັນຍາ, ຊັບພະຍາກອນມະນຸດ, ພື້ນຖານໂຄງລ່າງ, ຕະຫຼາດອຸດສາຫະກຳວັດທະນະທຳ ພ້ອມກັບນະໂຍບາຍການເງິນ ແລະ ການໜູນຊ່ວຍ, ບຸລິມະສິດການລົງທຶນ.