ຂ່າວສານ

ນຳ​ຫ໋າຍ​ຝ່ອງ ​ກາຍ​ເປັນ​ນະ​ຄອນ ທ່າ​ກຳ​ປັ່ນ​ທັນ​ສະ​ໄໝ ລະ​ດັບ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຕ້ອງສ້າງຫ໋າຍຝ່ອງຕາມທິດນຳ 12 ຄຳສັບ: “ສາມັກຄີ - ຮັ່ງມີເຂັ້ມແຂງ - ທັນສະໄໝ - ວັດທະນາຖາວອນ - ສິວິໄລ - ຜາສຸກ”, ກາຍເປັນນະຄອນສັງຄົມນິຍົມໂດຍໄວ - ກົມກຽວ, ໃສແຈ້ງ, ສີຂຽວ, ສະອາດ, ງາມຕາມ, ໜ້າຢູ່”.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນຊີ້ ນຳກອງປະຊຸມໃຫຍ່ (ພາບ: VOV)

ດ້ວຍຫົວຂໍ້ “ສືບຕໍ່ຍົກສູງກຳລັງຄວາມສາມາດໃນການຊີ້ນຳຂອງຄະນະພັກ, ເສີມຂະຫຍາຍມູນເຊື້ອ “ນະຄອນວິລະຊົນ” ແລະ ກຳລັງແຮງມະຫາສາມັກຄີທົ່ວປວງຊົນ, ຍູ້ແຮງນະວັດຕະກຳ, ນຳຫ໋າຍຝ່ອງກາຍເປັນນະຄອນ ທ່າກຳປັນທັນສະໄໝ, ສິວິໄລ, ນຳໜ້າໃນການສ້າງລັດທິສັງຄົມ”, ຕອນເຊົ້າວັນທີ 27 ກັນຍາ, ຢູ່ນະຄອນຫ໋າຍຝ່ອງ ໄດ້ດຳເນີນກອງປະຊຸມໃຫຍ່ຜູ້ແທນຄະນະພັກ ນະຄອນ ຫ໋າຍຝ່ອງຄັ້ງທີ 1, ອາຍຸການ 2025  - 2030. ກ່າວຄຳເຫັນຊີ້ ນຳກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ:

ຕ້ອງສ້າງຫ໋າຍຝ່ອງຕາມທິດນຳ 12 ຄຳສັບ: “ສາມັກຄີ - ຮັ່ງມີເຂັ້ມແຂງ - ທັນສະໄໝ - ວັດທະນາຖາວອນ - ສິວິໄລ - ຜາສຸກ”, ກາຍເປັນນະຄອນສັງຄົມນິຍົມໂດຍໄວ - ກົມກຽວ, ໃສແຈ້ງ, ສີຂຽວ, ສະອາດ, ງາມຕາມ, ໜ້າຢູ່”. ປະກອບສ່ວນຫຼາຍຢ່າງ ແລະ ມີປະສິດທິຜົນ ເຂົ້າໃນການຫັນສອງເປົ້າໝາຍຍຸດທະສາດ 100 ປີຂອງພັກ ໃຫ້ປະກົດຜົນເປັນຈິງ ດ້ວຍຈິດໃຈ “ພັກຊີ້ນຳ, ລັດຖະບານເປັນເອກະພາບ, ສະພາແຫ່ງຊາດເຫັນດີ, ປະຊາຊົນສະໜັບສະໜູນ, ປະເທດຊາດລໍຄອຍ, ພຽງແຕ່ປຶກຫາເຮັດ - ບໍ່ປຶກສາຖອຍຫຼັງ”.


top