ຂ່າວສານ

ນຳ​ສິນ​ຄ້າ ຫວຽດ​ນາມ ໄປ​ຂາຍ​ໃຫ້​ຜູ້​ບໍ​ລິ​ໂພກ ອານ​ເຊ​ຣີ

ຕອນບ່າຍວັນທີ 22 ກຸມພາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ ອານເຊຣີ, ສະຖານທູດ ຫວຽດນາມ ປະຈຳ ອານເຊຣີ ໄດ້ສົມທົບກັບສູນການຄ້າ Bab Ezzouar ໄດ້ເປີດຮ້ານວາງສະແດງ, ແນະນຳຜະລິດຕະພັນຈຳນວນໜຶ່ງຂອງ ຫວຽດນາມ ໃຫ້ແກ່ຜູ້ບໍລິໂພກຂອງປະເທດ ອາຟະລິກາເໜືອ.
ພາຍຫຼັງຊິມຜະລິດຕະພັນຂອງ ຫວຽດນາມ ແລ້ວ, ລູກຄ້າທ້ອງຖິ່ນຈຳນວນຫຼາຍ ຕ່າງກໍມີຄວາມຮູ້ສຶກປະທັບໃຈ ແລະ ຕີລາຄາສູງກ່ຽວກັບລົດຊາດ ກໍຄືຄຸນນະພາບຂອງຜະລິດຕະພັນ. (ພາບ: TTXVN)

ເຫດການດັ່ງກ່າວ ດຶງດູດລູກຄ້າສ່ວນໃຫຍ່ເປັນປະຊາຊົນນະຄອນຫຼວງ ແລະ ຜູ້ຕາງໜ້າວິສາຫະກິດນຳເຂົ້າຈຳນວນໜຶ່ງຂອງ ອານເຊຣີ. ໃນເຫດການນີ້, ຜູ້ບໍລິໂພກ ອານເຊຣີ ໄດ້ຊອກຮູ້ກ່ຽວກັບຜະລິດຕະພັນກາເຟ, ຜະລິດຕະພັນກະເສດ ແລະ ເຄື່ອງໃຊ້ສອຍຈຳນວນໜຶ່ງຂອງ ຫວຽດນາມ, ໄດ້ຮັບຟັງການແນະນຳກ່ຽວກັບວິທີປຸງແຕ່ງກາເຟ ກໍຄືຊິມບັນດາຜະລິດຕະພັນຢູ່ກັບບ່ອນ.

ພາຍຫຼັງຊິມຜະລິດຕະພັນຂອງ ຫວຽດນາມ ແລ້ວ, ລູກຄ້າທ້ອງຖິ່ນຈຳນວນຫຼາຍ ຕ່າງກໍມີຄວາມຮູ້ສຶກປະທັບໃຈ ແລະ ຕີລາຄາສູງກ່ຽວກັບລົດຊາດ ກໍຄືຄຸນນະພາບຂອງຜະລິດຕະພັນ. ຜູ້ຕາງໜ້າວິສາຫະກິດກໍສະແດງຄວາມປາດຖະໜາຢາກເຂົ້າຮ່ວມຫຼາຍເຫດການທີ່ຄ້າຍຄືກັນຢູ່ ອານເຊຣີ ເພື່ອສາມາດຊອກຮູ້ກ່ຽວກັບບັນດາຜະລິດຕະພັນຂອງ ຫວຽດນາມ ຫຼາຍກວ່າອີກ, ປະກອບສ່ວນເພີ່ມທະວີການພົວພັນແລກປ່ຽນຄ້າຂາຍລະຫວ່າງສອງປະເທດ.


top