ຂ່າວສານ

ນຳ​ວົງ​ເງິນ​ການ​ຄ້າ ຫວຽດ​ນາມ ອິນ​ເດຍ​ບັນ​ລຸ 25 ຕື້ USD ໂດຍ​ໄວ

ທ່ານ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi (ພາບ: VNA)
ວັນ​ທີ 12 ກັນ​ຍາ, ຢູ່​ນະ​ຄອນຫຼວງ New Delhi, ໃນ​ຂອບ​ເຂດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ຢູ່ ອິນ​ເດຍ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ກຸ່ມ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ (BRICS) ຄັ້ງ​ທີ 18, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ໄດ້​ມີ​ການ​ພົບປະ​ເຈ​ລະ​ຈາ ​ກັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີອິນ​ເດຍ Narendra Modi. ທີ່​ການ​​ເຈ​ລະ​ຈາ, ການນຳສອງ​ທ່ານ​ໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ຍູ້​ແຮງ​ບັນ​ດາ​ມາດ​ຕະ​ພານ​ເພື່ອ​ແນ​ໃສ່​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ບັນ​ລຸ​ລະ​ດັບ 25 ຕື້ USDໂດຍ​ໄວ, ສ້າງ​ເງື່ອນ​ໄຂ​ເຂົ້າ​ເຖິງ​ຕະຫຼາດ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ຂອງ​ສອງ​ປະ​ເທດ, ພິ​ເສດ​ແມ່ນ​ການ​ຢາ, ຜະ​ລິດ​ຕະ​ພັນ​ກະ​ເສດ, ຜະ​ລິດ​ຕະ​ພັນ​ການປະ​ມົງ ແລະ ສັດ​ລ້ຽງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ສອງ​ຝ່າຍ​ສ້າງ​ແລວ​ເສດ​ຖະ​ກິດ ແລະ ລະ​ບົບ​ຕ່ອງ​ໂສ້​ການ​ສະ​ໜອງ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ສອງ​ພື້ນ​ຖານ​ເສດ​ຖະ​ກິດ, ພິ​ຈາ​ລະ​ນາ​ເລີ່ມ​ຕົ້ນ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ​ສອງ​ຝ່າຍ, ພ້ອມ​ທັງ​ຕັ້ງ​ໜ້າ​ປະ​ສາ​ນ​ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ ອາ​ຊຽນ ຊຸກ​ຍູ້​ການ​ສຳຫຼວດກວດ​ກາ ສັນ​ຍາ​ການ​ຄ້າ​ວັດ​ທະ​ນະ​ທຳ ອາ​ຊຽນ - ອິນ​ເດຍ​ໃຫ້​ສົມ​ບູນ​ແບບ​ໂດຍ​ໄວ. ການ​ນຳ​ສອງ​ທ່ານ​ປາດ​ຖະ​ໜາ​ຢາກ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ສອງ​ປະ​ເທດ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ວັດ​ທະ​ນະ​ທຳ, ສີ​ວິ​ໄສ, ປະ​ຫວັດ​ສາດ ແລະ ສາ​ສະ​ໜາ​ເພື່ອ​ເປີດກວ້າງກວ່າ​ອີກ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ, ການ​ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ, ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ປັບ​ປຸງ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ​ດ້ານ​ມິດ​ຕະ​ພາບ.

top