ຂ່າວສານ

ນຳ​ມະ​ຕິ​ກາຍ​ເປັນ​ການ​ກະ​ທຳ: ບາ​ດ​ລ້ຽວ​ຍຸດ​ທະ​ສາດ​ໃຫ້​ແກ່​ໄລ​ຍະ “ບຸກ​ບືນ”

ບົດຂຽນຕີລາຄາວ່າ ບັນດາປັດໄຈນີ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມກ້າວເຂົ້າສູ່ວົງຈອນແຫ່ງການເຕີບໂຕໃໝ່, ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບ, ປະສິດທິຜົນ ແລະ ລັກສະນະຍືນຍົງແທນທີ່ພຽງແຕ່ມີການພັດທະນາຢ່າງວ່ອງໄວ.
ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ເປີດຕົວຢູ່ກອງປະຊຸມໃຫຍ່ (ພາບ: VOV)
ຕາມບົດຂຽນໄດ້ເອົາລົງໃນເວັບໄຊຂອງໂຮງຮຽນນະໂຍບາຍສາທາລະນະ Lee Kuan Yew (ສິງກະໂປ), ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຜ່ານມາ ຫາກໍ່ສ້າງບາດລ້ຽວສຳຄັນໃນວົງໂຄຈອນພັດທະນາ ແລະ ກຳນົດທີ່ຕັ້ງ ຫວຽດນາມ ໃຫ້ແກ່ໄລຍະພັດທະນາໃໝ່ຮອດປີ 2030, ມຸ່ງໄປເຖິງເປົ້າໝາຍກາຍເປັນປະເທດມີລາຍຮັບສູງໃນປີ 2045, ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນປະກາດເອກະລາດ. ບົດຂຽນໄດ້ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສົ່ງ 3 ສານຫຼັກແຫຼ່ງ: ຮັບປະກັນການນຳພາທີ່ມີສະຖຽນລະພາບ ໄປຄຽງຄູ່ກັບການປ່ຽນແປງໃໝ່ທີ່ມີຄວາມຄວບຄຸມ, ກຳນົດຢ່າງຈະແຈ້ງບັນດາຮູບແບບພັດທະນາໃໝ່; ແລະ ຍົກສູງຄວາມຄາດຫວັງຕໍ່ຄວາມສາມາດປະຕິບັດ, ປະສິດທິຜົນໃນການຄຸ້ມຄອງບໍລິຫານລັດ ແລະ ການເຊື່ອມໂຍງເຂົ້າກັບສາກົນ. ບົດຂຽນຕີລາຄາວ່າ ບັນດາປັດໄຈນີ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມກ້າວເຂົ້າສູ່ວົງຈອນແຫ່ງການເຕີບໂຕໃໝ່, ເອົາໃຈໃສ່ເປັນພິເສດເຖິງຄຸນນະພາບ, ປະສິດທິຜົນ ແລະ ລັກສະນະຍືນຍົງແທນທີ່ພຽງແຕ່ມີການພັດທະນາຢ່າງວ່ອງໄວ.

top