ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ເລຮ່ວາຍຈຸງ ໃຫ້ຮູ້ວ່າກະຊວງການຕ່າງປະເທດ ຈະສືບຕໍ່ສ້າງຂອບເຂດ, ກົນໄກປະສານສົມທົບຄລວມໃຫ້ສົມບູນແບບ.
ທ່ານເລຮ່ວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມລະຫວ່າງຂະແໜງກ່ຽວກັບການສຳຫຼວດກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນ (ພາບ: VNA)
ຕອນບ່າຍວັນທີ 21 ສິງຫາ, ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານເລຮ່ວາຍຈຸງ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານກອງປະຊຸມລະຫວ່າງຂະແໜງກ່ຽວກັບການສຳຫຼວດກວດກາ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນ. ນະທີ່ນີ້, ບັນດາຜູ້ແທນໄດ້ເຫັນດີເປັນເອກະພາບສູງກ່ຽວກັບຄວາມໝາຍດ້ານການເມືອງ ແລະ ລັກສະນະຈຳເປັນຂອງວຽກງານຕິດຕາມ, ຊຸກຍູ້ການປະຕິບັດບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນ; ຢັ້ງຢືນຄວາມຕັດສິນໃຈຫັນປ່ຽນຢ່າງແຮງຈາກຄວາມເອົາໃຈໃສ່ລົງນາມໄປຍັງການຖືເປັນສຳຄັນປະສິດທິຜົນໃນການຜັນຂະຫຍາຍ, ຮັດແຄບໄລຍະຫ່າງຈາກຄຳໝັ້ນສັນຍາຮອດໝາກຜົນຕົວຈິງ, ນຳບັນດາຄຳໝັ້ນສັນຍາກາຍເປັນແຫຼ່ງກຳລັງແທ້ຈິງເພື່ອຮັບໃຊ້ການພັດທະນາປະເທດຊາດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີ ເລຮ່ວາຍຈຸງ ໃຫ້ຮູ້ວ່າກະຊວງການຕ່າງປະເທດ ຈະສືບຕໍ່ສ້າງຂອບເຂດ, ກົນໄກປະສານສົມທົບຄລວມໃຫ້ສົມບູນແບບ; ເສີມຂະຫຍາຍບົດບາດອົງການປະຈຳຂອງຄະນະຊີ້ນຳສູນກາງກ່ຽວກັບການທູດ ແລະ ການເຊື່ອມໂຍງເຂົ້າກັບສາກົນ ແລະ ເຄືອຂ່າຍບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ຕ່າງປະເທດ ເພື່ອຮ່ວມເດີນທາງ, ໜູນຊ່ວຍບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຊຸກຍູ້ການຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງສາກົນຢ່າງມີປະສິດທິຜົນ; ລະດົມແຫຼ່ງກຳລັງພາຍນອກເພື່ອຮັບໃຊ້ການພັດທະນາປະເທດຊາດໂດຍໄວແລະ ຍືນຍົງ, ຍົກສູງຖານະບົດບາດ, ອິດທິພົນຊື່ສຽງສາກົນຂອງ ຫວຽດນາມ.