ຂ່າວສານ

ນຳ​ການ​ພົວ​ພັນ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ ພັດ​ທະ​ນາ​ຢ່າງ​ແທ້​ຈິງ ແລະ ຮອບ​ດ້ານ

ວັນທີ 28 ມັງກອນ, ທ່ານ António Costa ປະທານສະພາເອີລົບ ໄດ້ດຳເນີນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຕາມຄຳເຊີນຂອງທ່ານເລືອງເກື່ອງປະທານປະເທດ ຫວຽດນາມ. ການຢ້ຽມຢາມມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນການຖືເປັນສຳຄັນຢ່າງເລິກເຊິ່ງ ແລະ ຄວາມຕັດສິນໃຈຂອງສອງຝ່າຍໃນການເພີ່ມພູນຄູນສ້າງການພົວພັນ ຫວຽດນາມ - ສະຫະພາບເອີລົບ (EU) ໃຫ້ຂຶ້ນສູ່ລະດັບສູງໃໝ່, ກາຍເປັນແບບໃນການຮ່ວມມືທີ່ປະສົບຜົນສຳເລັດລະຫວ່າງສອງພາກພື້ນ ອາຊີ - ເອີລົບ.
  ພາບປະກອບ: VGP  

ນີ້ເປັນຄັ້ງທີສອງ, ການນຳຂັ້ນສູງສຸດຂອງ ສະຫະພາບເອີລົບ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ພາຍຫຼັງການຢ້ຽມຢາມຂອງທ່ານປະທານ Herman Van Rompuy ເມື່ອປີ 2012.  ການຢ້ຽມຢາມຫວຽດນາມ ຂອງທ່ານ António Costa ຄັ້ງນີ້ເປັນຂີດໝາຍການຕ່າງປະເທດພິເສດ, ໄດ້ດຳເນີນພາຍຫຼັງ ຫວຽດນາມ ຈັດຕັ້ງສຳເລັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.

ໝາກຜົນການຮ່ວມມືທີ່ເປັນໜ້າປະທັບໃຈ

ດ້ວຍ 27 ປະເທດສະມາຊິກ ແລະ ຂອບຂະໜາດປະຊາກອນປະມານ 450 ລ້ານຄົນ, ສະຫະພາບເອີລົບ (EU) ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 3 ຂອງໂລກ, ດ້ວຍຍອດຜະລິດຕະພັນພາຍໃນປະເທດ (GDP)ບັນລຸ 19.400 ຕື້ USD,  ການແລກປ່ຽນການຄ້າກັບນອກກຸ່ມ EU ກວມເອົາປະມານ 14% ຂອງການແລກປ່ຽນການຄ້າທົ່ວໂລກ.

35 ປີຜ່ານມາ, ນັບແຕ່ເວລາສອງຝ່າຍສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ວັນທີ 28 ພະຈິກ 1990, ຈາກບັນດາຄວາມມານະພະຍາຍາມຮ່ວມມືນ້ອຍໆໃນເບື້ອງຕົ້ນ, ການພົວພັນ ສະຫະພາບ ເອີລົບ (EU) - ຫວຽນາມ ກໍ່ໄດ້ມີບັນດາບາດກ້າວທີ່ຍາວໄກ ແລະ ເປັນໜ້າປະທັບໃຈ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ EU. ສອງຝ່າຍໄດ້ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມື 5 ສະບັບ, ຜັນຂະຫຍາຍ 8 ກົນໄກສົນທະນາປະຈຳໄຕໄລຍະ. ຫວຽດນາມ ແມ່ນປະເທດທຳອິດໃນອາຊຽນ ທີ່ມີການຮ່ວມມືໃນທຸກເສົາຄ້ຳກັບ EU.

ປັດຈຸບັນ EU ເປັນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ 4 (ຖັດຈາກຈີນ, ອາເມລິກາ ແລະ ສ.ເກົາຫຼີ), ຕະຫຼາດສົ່ງອອກໃຫຍ່ອັນດັບທີ 3 ແລະ ຕະຫຼາດນຳເຂົ້າໃຫຍ່ອັນດັບທີ 5 ຂອງ ຫວຽດນາມ. ຫວຽດນາມ ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ທີສຸດຂອງ EU ໃນ ອາຊຽນ.

ການຮ່ວມມືກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ແມ່ນເສົາຄ້ຳຮ່ວມມືໃໝ່ລະຫວ່າງ ຫວຽດນາມ ກັບຫຼາຍປະເທດສະມາຊິກ EU. ປີ 2025, ຫວຽດນາມ ແລະ ບັນດາປະເທດສະມາຊິກ EU ໄດ້ລົງນາມຂໍ້ຕົກລົງຈຳນວນໜຶ່ງຄື: ຄູ່ຮ່ວມມືຍຸດທະສາດຂະແໜງການກ່ຽວກັບການຮ່ວມມືດ້ານວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ ຫວຽດນາມ - ຊູແອັດ, ບົດບັກທຶກຊ່ວຍຈຳກ່ຽວກັບການຮ່ວມມືການຫັນເປັນດີຈີຕອນ ແລະ ເສດຖະກິດດີຈີຕອນ ຫວຽດນາມ - ແອັດໂຕເນຍ, ສັນຍາການຮ່ວມມືກ່ຽວກັບວິທະຍາສາດ ເຕັກໂນໂລຢີ ແລະ ນະວັດຕະກຳ ຫວຽດນາມ - ຝລັ່ງ.

EU ກໍ່ໃຫ້ບຸລິມະສິດຊຸກຍູ້ການຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດພັດທະນາສີຂຽວ, ຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ພວມຜັນຂະຫຍາຍບາງໂຄງການຢູ່ ຫວຽດນາມ ໃນຂອບເຂດຂໍ້ລິເລີ່ມປະຕູເຂົ້າອອກທົ່ວໂລກ. ທ່ານ Julien Guerrier  ເອກອັກຄະລັດຖະທູດ EU ປະຈຳ ຫວຽດນາມ ຕີລາຄາວ່າ

ໃນ 35 ປີຜ່ານມາ, ການພົວພັນລະຫວ່າງ EU ແລະຫວຽດນາມໄດ້ພັດທະນາແລະມາຮອດປັດຈຸບັນໄດ້ກາຍເປັນໜຶ່ງໃນບັນດາການພົວພັນທີ່ມີລັກສະນະຢ່າງແຮງທີ່ສຸດ, ເລິກເຊິ່ງທີ່ສຸດສະແດງໃຫ້ເຫັນຜ່ານຫຼາຍແງ່ມູມທີ່ແຕກຕ່າງກັນ, ກວມລວມໃນຫຼາຍຂົງເຂດທີ່ແຕກຕ່າງກັນຈາກເສດຖະກິດ, ການຄ້າ, ການລົງທຶນ, ການພັດທະນາແບບຍືນຍົງຕະຫຼອດຮອດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການທູດແລະປະຊາຊົນ.

ຍົກລະດັບການພົວພັນຢ່າງແທ້ຈິງແລະຮອບດ້ານ

    ໃນສະພາບການການເມືອງທົ່ວໂລກມີການຜັນແປຫຼາຍຢ່າງ, ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານປະທານສະພາ ເອີລົບ ໄດ້ນຳມາເຊິ່ງສານຢ່າງແຮງກ່ຽວກັບການພົວພັນທາງການຄ້າເປີດ, ເສລີ ແລະ ອີງຕາມທຳນຽມກົດໝາຍ. ຕາມທ່ານJulien Guerrier  ເອກອັກຄະລັດຖະທູດ EU ປະຈຳ ຫວຽດນາມ ແລ້ວ, EU ປາດຖະໜາຢາກໃຫ້ການພົວພັນຮ່ວມມືລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ ໄດ້ຮັດແໜ້ນ ແລະ ເພີ່ມທະວີບົນສາມເສົາຄ້ຳຫຼັກ: ການຄ້າ, ການຫັນເປັນດີຈີຕອນສີຂຽວ ແລະ ສັນຕິພາບ - ຄວາມໝັ້ນຄົງ.

ໄປຄຽງຄູ່ກັນນັ້ນແມ່ນການຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່ຢ່າງແຮງກວ່າອີກຄື:ການຫັນເປັນດີຈີຕອນ, ນະວັດຕະກຳ, ວິທະຍາສາດ - ເຕັກໂນໂລຢີ (AI, ເຄິ່ງຊັກນຳໄຟຟ້າ), ຄົ້ນຄ້ວາ, ສຶກສາແລະການພົວພັນແລກປ່ຽນປະຊາຊົນ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວຕໍ່ໄປເພື່ອແນໃສ່ນຳການພົວພັນ EU - ຫວຽດນາມກ້າວເຂົ້າສູ່ສັງກາດຮ່ວມມືໃໝ່, ແທດຈິງແລະຮອບດ້ານກວ່າ.

ນີ້ແມ່ນສັງກາດໃໝ່ໃຫ້ແກ່ທັງສອງຝ່າຍ. ແລະເພື່ອຕ້ອນຮັບສັງກາດນີ້ສອງຝ່າຍໄດ້ເຫັນດີຍົກລະດັບການພົວພັນສອງຝ່າຍ. ສິ່ງນີ້ສະແດງໃຫ້ເຫັນ EU ຢາກຊຸກຍູ້ການຮ່ວມມື ແລະ ຫວຽດນາມແມ່ນປະເທດທຳອິດໃນ 10 ປະເທດອາຊຽນເຊິ່ງ EU ຍົກລະດັບການພົວພັນ. ເປັນທີ່ຈະແຈ້ງວ່າການຍົກລະດັບການພົວພັນທັງແມ່ນນຳໜ້າ, ທັງແມ່ນແບບຢ່າງທີ່ດີ. ການຍົກລະດັບການພົວພັນຈະຊ່ວຍໃຫ້ສອງຝ່າຍເປີດກວ້າງການຮ່ວມມືໄປຍັງບັນດາຂົງເຂດອື່ນອີກ.

35 ປີກວ່າຜ່ານມາ,  ການພົວພັນຄູ່ຮ່ວມມືຫວຽດນາມ - EU ໄດ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ. ການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານ Antonio Costa ປະທານສະພາເອີລົບຈະປະກອບສ່ວນຕອບສະໜອງຜົນປະໂຫຍດຂອງທັງສອງຝ່າຍ, ສ້າງຂອບເຂດການພົວພັນຄູ່ຮ່ວມມືໃໝ່, ຮອບດ້ານແລະເລິກເຊິ່ງກວ່າ, ກາຍເປັນໜຶ່ງໃນບັນດາການພົວພັນທີ່ເປັນແບບຢ່າງລະຫວ່າງອາຊີແລະເອີລົບ.


top