ຕອນບ່າຍວັນທີ 3 ມີນາ, ຢູ່ຫ້ອງວ່າການລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ Hakan Fidan.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພງໃໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ (ພາບ: TTXVN)
ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຕວັກກີ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງ ຫວຽດນາມ ຢູ່ພາກພື້ນຕາເວັນອອກກາງ; ເພື່ອນຳການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາຢ່າງແທດຈິງ, ມີປະສິດທິຜົນນັ້ນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍບັນດາເນື້ອໃນຮ່ວມມືບຸລິມະສິດ, ໃນນັ້ນ ມີການຍົກລະດັບການພົວພັນ ຫວຽດນາມ - ຕວັກກີ ໃຫ້ສຳເລັດ; ສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຂັ້ນສູງ; ສົມທົບກັນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາອົງການຈັດຕັ້ງສາກົນ; ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍຄື ຄະນະກຳມະການປະສົມ ແລະ ທີ່ປຶກສາດ້ານການເມືອງ.
ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຕວັກກີ Hakan Fidan ໄດ້ຢັ້ງຢືນຖືການພົວພັນກັບ ຫວຽດນາມ - ຄູ່ຮ່ວມມືແຖວໜ້າຂອງ ຕວັກກີ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ເປັນສຳຄັນ; ພ້ອມທັງໃຫ້ຮູ້ວ່າ ຝ່າຍ ຕວັກກີ ພວມຕັ້ງໜ້າຊຸກຍູ້ເພື່ອຍົກສູງການພົວພັນກັບ ຫວຽດນາມ ໃນໄລຍະຈະມາເຖິງໃຫ້ສຳເລັດ ແລະ ຢາກຊຸກຍູ້ການຮ່ວມມືກັບ ອາຊຽນ.