ຂ່າວສານ

ນຳໃຊ້ການພັດທະນາສະໜາມບິນ ລອງແທັງ ຢ່າງສູງສຸດເມື່ອນຳເຂົ້າໃຊ້ການໃນທ້າຍປີ 2026

ທ່ານນາຍົກລັດຖະມົນຕີສະເໜີໃຫ້ນະຄອນ ດົ່ງນາຍ ຕັດສິນໃຈໃຫ້ທັງປີບັນລຸລະດັບເຕີບໂຕຜະລິດຕະພັນໃນບໍລິເວນ (GRDP) ແຕ່ 10% ຂຶ້ນໄປ
  (ທ່ານນາຍົກລັດຖະມົນຕີ ເລມິນຮຶງ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ)  

ສິ່ງ​ດັ່ງ​ກ່າວ​ໂດຍ ​ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເນັ້ນ​ໜັກ​ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ພັກ​ນະ​ຄອນ ດົ່ງ​ນາຍ ໃນ​ຕອ​ບ່າຍ​ວັນ​ທີ 13 ມິ​ຖຸ​ນາ, ຢູ່​ນະ​ຄອນ ດົ່ງ​ນາຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ໄດ້​ເນັ້​ນ​ໜັກ​ເປັນ​ພິ​ເສດ​ເລື່ອງ ນະ​ຄອນ ດົ່ງ​ນາຍ ກວດ​ກາຄືນ​ຄັ້ງ​ໃຫຍ່​ການ​ວາງ​ແຜນ​ກ່ຽວ​ຂ້ອງ​ເຖິງ​ສະ​ໜາມ​ບິນ ລອງ​ແທັ່ງ, ຮັບ​ປະ​ກັນ​ຄວາມ​ຄົບ​ຊຸດ, ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ນຳ​ໃຊ້​ການ​ພັດ​ທະ​ນາ​ສະ​ໜາມ​ບິນ​ສາ​ກົ​ນ ລອງ​ແທັ່ງ ຢ່າງ​ສູງສຸດເມື່ອ​ນຳ​ເຂົ້າ​ໃຊ້​ການ​ໃນ​ທ້າຍ​ປີ 2026.

“ຄວາມ​ຮຽກ​ຮ້ອງ​ແມ່ນບໍ່​ມີ​ກາ​ນ​ຍົກ​ເວັ້ນ, ແນ່ນອນ​ວ່າ ທ້າຍ​ປີ 2026 ຕ້ອງ​ປະ​ຕິ​ບັດ​ຖືກ​ຕາມ​ຂໍ້​ສະ​ຫຼຸບ​ຂອງ​ຂັ້ນ​ທີ່ມີ​ສິດ​ອຳ​ນາດ​ສຳ​ລັບ​ສະ​ໜາມ​ບິນ ລອງ​ແທັ່ງ. ດົ່ງ​ນາຍ ຍັງ​ມີ​ໜ້າ​ທີ່​ຈຳ​ນວນ​ໜຶ່ງ​ກ່ຽວ​ຂ້ອງ​ເຖິງວຽກ​ງານ​ບຸກ​ເບີກ​ໜ້າ​ພຽງ, ຍູ້​ແຮ​ງ​ຄວາມ​ຄືບ​ໜ້າ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງ​ຍຸດ​ທະ​ສາດ​ເສັ້ນ​ທາງ​ຄວາມ​ໄວສູງ ບຽນ​ຮວ່າ ວູງ​ເຕົ່າ, ໂຄງ​ການກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ນະ​ຄອນ ໂຮ່​ຈີ​ມິນ - ທູ​ເຢົ່າ 1 - ເຈີນ​ແທັ່ງ… ໂຄງ​ການ​ເຊື່ອມ​ຕໍ່​ຈຳ​ນວນ​ໜຶ່ງ​ທີ່ມີ​ຄວາມ​ໝາຍ​ສຳ​ຄັນ​ເພື່ອ​ຮັບ​ປະ​ກັນ​ວ່າ ໂຄງ​ການ​ທ່າ​ອາ​ກາດ​ສະ​ຍານ​ສາ​ກົນ ລອງ​ແທັ່ງ ຈະໄດ້ນຳ​ເຂົ້າ​ໃຊ້​ການ​ໃນ​ທ້າຍ​ປີ 2026”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ນະ​ຄອນ ດົ່ງ​ນາຍ ຕັດ​ສິນ​ໃຈໃຫ້​ທັງ​ປີ​ບັນ​ລຸ​ລ​ະ​ດັບ​ເຕີບ​ໂຕ​ຜະ​ລິດ​ຕະ​ພັນ​ໃນ​ບໍ​ລິ​ເວນ​ (GRDP) ແຕ່ 10% ຂຶ້ນ​ໄປ; ສຸມ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ເຂົ້າ​ຮ່ວມ​ຕະ​ຫຼາດ, ເຂົ້າເຖິງ​ກັບ​ບ້ວ​ງ​ສິນ​ເຊື່ອ ແລະ ເຂົ້າ​ຮ່ວມ​ບັນ​ດາ​ໂຄງ​ການ​ໃຫຍ່.


top