ຂ່າວສານ

ນຳການພົວພັນ ຫວຽດນາມ - ອົດສະຕາລີ ກາຍເປັນແບບຢ່າງກ່ຽວກັບການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ

ຫວຽດນາມ ແລະ ອົດສະຕາລີ ຄວນສ້າງ ແລະ ເສີມຂະຫຍາຍປະຕິບັດຍຸດທະສາດເຊື່ອມຕໍ່ດ້ານ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ດ້ວຍວິໄສທັດ ຍາວນານ, ຖືນີ້ແມ່ນເສົາຄຳ້ໃໝ່ຂອງການພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານ ຫວຽດນາມ - ອົດສະຕາລີ.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢ້ຽມຊົມເຂດວາງສະແດງ (ພາບ: VNA)  

ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນ ກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເນັ້ນໜັກຄືແນວນັ້ນທີ່ເວທີປາໄສດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ການລົງທຶນ, ການສຶກສາບຳລຸງສ້າງ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ຫວຽດນາມ - ອົດສະຕາລີ ໃນຕອນເຊົ້າວັນທີ 10 ສິງຫາ, ຢູ່ Sydney, ປະເທດອົດສະຕາລີ. ເຫດການໄດ້ຈັດຂຶ້ນໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຢູ່ ອົດສະຕາລີຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ.

ທີ່ເວທີປາໄສ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ: ພັກ, ລັດ ຫວຽດນາມ ໄດ້ສ້າງຮູບແບບ ການພັດທະນາໃໝ່, ໃນນັ້ນພູມປັນຍາ, ວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການ​ຫັນ​ເປັນດີຈີຕອນ ແລະ ການເຊື່ອມໂຍງເຂົ້າກັບສາກົນ ໄດ້ຮັບການກຳນົດແມ່ນບັນດາກຳລັງໜູນ ເຕີບໂຕຕົ້ນຕໍຂອງພື້ນຖານເສດຖະກິດ. ທ່ານກ່າວວ່າ:

“ຊຸກຍູ້ການລົງທຶນສອງສົ້ນໃນບັນດາຂະແໜງເຕັກໂນໂລຊີສູງ, ສ້າງບັນດາສູນຄົ້ນຄ້ວາ ແລະ ພັດທະນາ (R&D), ບັນດາຫ້ອງທົດລອງລວມ, ບັນດາໂຄງການເລີ່ມສ້າງວິສາຫະກິດ ແລະ ບັນດາໂຄງການນະວັດຕະກຳທີ່ມີຄວາມອາດສາມາດຫັນເປັນ ການຄ້າສູງ, ມຸ່ງໄປເຖິງການພ້ອມກັນພັດທະນາ, ພ້ອມກັນລົງທຶນ... ຫວຽດນາມ ສົ່ງເສີມການລົງທຶນຄຸນນະພາບສູງຈາກ ອົດສະຕາລີ ເຂົ້າຕະຫຼາດ ຫວຽດນາມ; ພັດທະນາບັນດາຜະລິດຕະພັນການ​ເງິນສີຂຽວ, ພື້ນຖານໂຄງລ່າງດີຈີຕອນ... ເປີດກ້ວາງການຮ່ວມມືບຳລຸງສ້າງແຫຼ່ງຊັບພະຍາກອນມະ​ນຸດຄຸນນະພາບ ສູງ, ພິເສດແມ່ນຖັນແຖວນັກວິສະວະກອນ, ນັກວິທະຍາສາດ, ນັກຊ່ຽວຊານດ້ານເຕັກໂນໂລຊີ ແລະ ບັນດານັກຄຸ້ມຄອງບໍລິຫານນະວັດຕະກຳ; ສົ່ງເສີມການແລກປ່ຽນນັກສຶກສາ, ນັກຄົ້ນຄ້ວາ ແລະ ນັກຊ່ຽວຊານ ລະຫວ່າງສອງປະເທດຢ່າງແຮງ”.


top