ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ລາຊະອານາຈັກ ແດນມາກ, ຕອນບ່າຍວັນທີ 19 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Copenhagen, ທ່ານ ໂຕເລີມ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ, ພັນລະຍາ ໄດ້ພົບປະກັບ ເຈົ້າຊີວິດ Frederik X ແລະ ພະລາຊິນີ Mary.
ທ່ານ ໂຕເລີມ, ເລຂາທິການໃຫຍ່ , ປະທານປະເທດ ຫວຽດນາມ ແລະ ທ່ານນາງ ໂງເຟືອງລີ, ພັນລະຍາ ແລະ ເຈົ້າຊີວິດ Frederik X ແລະ ພະລາຊິນີ Mary (ພາບ: VNA)
ໃນະທີ່ນີ້, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ໄດ້ຕີລາຄາສູງບົດບາດຂອງພະລາຊະວົງ ແດນມາກ ໃນການຊຸກຍູ້ການພົວພັນແລກປ່ຽນວັດທະນະທຳ, ສິລະປະ ແລະ ເຊື່ອມຈອດ ປະຊາຊົນ; ສະແດງຄວາມຫວັງຢາກນຳການພົວພັນມິດຕະພາບ ຫວຽດນາມ - ແດນມາກ ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ. ທ່ານ ໂຕເລີມ, ປາດຖະໜາວ່າ ເຈົ້າຊີວິດ ສືບຕໍ່ເອົາໃຈໃສ່, ສະໜັບສະນໜູນ ແລະ ສົ່ງເສີມບັນດາວິສາຫະກິດ, ອົງການຈັດຕັ້ງ ແດດມາກ ເພີ່ມທະວີການຮ່ວມມືລົງທຶນຢູ່ ຫວຽດນາມ. ເຈົ້າຊີວິດ Frederik X ເນັ້ນໜັກ 2 ຝ່າຍຄວນຍູ້ແຮງການຮ່ວມມືໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ຫັນປ່ຽນພະລັງງານ, ເສດຖະກິດສີຂຽວ, ເສດຖະກິດທະເລ, ການສຶກສາ - ບຳລຸງສ້າງ ແລະ ການພົວພັນແລກປ່ຽນປະຊາຊົນ.
ເມື່ອພົບປະກັບທ່ານ Henrik Frandsen, ປະທານສະພາແຫ່ງຊາດ ແດນມາກ, ທ່ານ ໂຕເລີມ, ສະເໜີສະພາແຫ່ງຊາເ ແດນມາກ ສືບຕໍ່ເອົາໃຈໃສ່, ສະໜັບສະໜູນ ແລະ ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມືລະຫວ່າງລັດຖະບານ 2 ປະເທດໃຫ້ມີປະສິດທິຜົນ. ທ່ານ Henrik Frandsen ສະແດງຄວາມຫວັງຢາກໃຫ້ສອງຝ່າຍສືບຕໍ່ຍູ້ແຮງການພົວພັນແລກ ປ່ຽນປະຊາຊົນ, ເພີ່ມທະວີການສົບທົບກັນໃນຂົງເຂດການພົວພັນ ຫວຽດນາມ - ອີກຢູ.
ການນຳສອງທ່ານ ເປັນເອກະພາບສືບຕໍ່ເພີ່ມທະວີການຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ; ຍູ້ແຮງການແບ່ງປັນບົດຮຽນໃນວຽກງານນິຕິບັນຍັດ, ການຕິດຕາມກວດກາ, ການຕັດສິນບັນດາບັນຫາສຳຄັນຂອງປະເທດ, ຍົກສູງປະສິດທິຜົນການບໍລິຫານປະເທດ ແລະ ຮັບປະກັນສະຫວັດດີການສັງຄົມ; ເພີ່ມທະວີການສົມທົບກັນຢູ່ບັນດາເວທີປາໄສລັດຖະ ສະພາຫຼາຍຝ່າຍ.
ແລະ ໃນຕອນຄ່ຳຂອງວັນດຽວກັນ, ທ່ານ ໂຕເລີມ, ເລຂາທິການໃຫຍ່, ປະທານປະເທດ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມງານລ້ຽງລະດັບຊາດ ໂດຍ ເຈົ້າຊີວິດ Frederik X ແລະ ພະລາຊິນີ ເປັນເຈົ້າພາບຈັດຕັ້ງ.