ທ່ານ ນາງ ແພທອງທານ ຊິນນະວັດນາຍົກລັດຖະມົນຕີໄທ ຈະໄປຢ້ຽມຢາມແຂວງ ສຣະແກ້ວ, ໜຶ່ງໃນ 7 ແຂວງຂອງປະເທດນີ້ຢູ່ເຂດຊາຍແດນຕິດກັບ ກຳປູເຈຍ.
ນາຍົກລັດຖະມົນຕີ ໄທ ໃນການເດີນທາງໄປປະຕິບັດງານຢູ່ແຂວງ Ubon Ratchathani (ພາບ: ລັດຖະບານໄທ)
ວັນທີ 26 ມິຖຸນາ, ທ່ານໂຄສົກລັດຖະບານ ໄທ Jirayu Houngsub ໃຫ້ຮູ້ວ່າ, ທ່ານ ນາງ ແພທອງທານ ຊິນນະວັດນາຍົກລັດຖະມົນຕີໄທ ຈະໄປຢ້ຽມຢາມແຂວງ ສຣະແກ້ວ, ໜຶ່ງໃນ 7 ແຂວງຂອງປະເທດນີ້ຢູ່ເຂດຊາຍແດນຕິດກັບ ກຳປູເຈຍ. ການເຄື່ອນໄຫວແມ່ນເພື່ອແນໃສ່ຢັ້ງຢືນການສະໜັບສະໜູນ ແລະໃຫ້ກຳລັງໃຈສຳລັບກຳລັງເຈົ້າໜ້າທີ່ ແລະ ນັກຮົບພວມປະຕິບັດໜ້າທີ່.
ຕາມແຜນການແລ້ວ, ທ່ານນາຍົກລັດຖະມົນຕີ ໄທຈະເປັນປະທານກອງປະຊຸມກັບຜູ້ບັນຊາການທະຫານເຂດ 1 ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບຢູ່ທ້ອງຖິ່ນ ກ່ຽວກັບສະພາບການຄວາມໝັ້ນຄົງຂາດຊາຍແດນ, ບັນດາມາດຕະການຈຳກັດການເດີນທາງໄປມາທີ່ຫາກໍ່ໄດ້ຮັບການນຳໃຊ້, ວຽກງານປ້ອງກັນຕ້ານອາດຊະຍາກຳຂ້າມຊາດ ກໍ່ຄືສະພາບການການຄ້າ, ກະສິກຳຢູ່ທ້ອງຖິ່ນ. ທ່ານນາຍົກລັດຖະມົນຕີ ໄທກໍ່ຈະລົງສຳຫຼວດ ບັນດາການເຄື່ອນໄຫວຢູ່ປ້ອມກວດກາເຂດຊາຍແດນໂດຍກົງ, ລົງຢ້ຽມຢາມປະຊາຊົນ, ວິສາຫະກິດທ້ອງຖິ່ນ ແລະ ບັນດາບັນດາພະນັກງານ, ນັກຮົບທີ່ພວມປະຕິບັດໜ້າທີ່.
ທ່ານໂຄສົກລັດຖະບານ ໄທ ເນັ້ນໜັກວ່າ ໃນໂອກາດນີ້ທ່ານນາຍົກລັດຖະມົນຕີໄທຈະຮັບຟັງ ແລະ ແກ້ໄຂບັນດາຄວາມວິຕົກກັງວົນຂອງວົງການເຈົ້າໜ້າທີ່ທ້ອງຖິ່ນ ແລະ ປະຊາຊົນກ່ຽວກັບວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ບັນດາບັນຫາເກີດຂຶ້ນໂດຍກົງ. ລັດຖະບານໄທໃຫ້ຄຳໝັ້ນສັນຍາ ຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ຊຸກຍູ້ຄວາມສະຖຽນລະພາບຢູ່ເຂດຊາຍແດນຕິດ ກັບກຳປູເຈຍ.