ຂ່າວສານ

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຟ້າມ​ມິ​ງ​ຈິງ: ສູ້​ຊົນ​ຍົກ​ເວັ້ນ​ຄ່າ​ກວດປິ່ນປົວ​ພະ​ຍາດ​ໃຫ້​ແກ່​ປະ​ຊາ​ຊົນໂດຍ​ໄວ​ເທົ່າທີ່ຈະໄວໄດ້

ສຳລັບບັນຫາເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕ້ອງຮີບດ່ວນປັບປຸ່ງຮ່າງມະຕິໃຫ້ສຳເລັດຕາມທິດປ່ຽນແປງຈາກການກວດ ປິ່ນປົວພະຍາດ, ມາເປັນການເບິ່ງແຍງ, ຮັກສາສຸຂະພາບຂອງປະຊາຊົນ, ດ້ວຍທິດນຳທີ່ວ່າເບິ່ງແຍງ, ຮັກສາສຸຂະພາບຂອງປະຊາຊົນເໜືອກ່ວາສິ່ງໃດໝົດ, ແມ່ນພື້ນຖານຍຸດທະສາດ, ຍາວນານ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນບ່າຍວັນທີ 17 ພຶດສະພາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄະນະພັກລັດຖະບານກ່ຽວກັບການປະກອບຄຳເຫັນໃສ່ຮ່າງມະຕິຂອງກົມການເມືອງກ່ຽວກັບບັນດາບາດກ້າວບຸກທະລຸໃນວຽກງານເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດໃນສັງກາດໃໝ່ ແລະ ຮ່າງມະຕິຂອງກົມການເມືອງກ່ຽວກັບບາດກ້າວບຸກທະລຸພັດທະນາການສຶກສາບຳລຸງສ້າງ.

ສຳລັບບັນຫາເບິ່ງແຍງດູແລສຸຂະພາບຂອງປະຊາຊົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງຕ້ອງຮີບດ່ວນປັບປຸ່ງຮ່າງມະຕິໃຫ້ສຳເລັດຕາມທິດປ່ຽນແປງຈາກການກວດ ປິ່ນປົວພະຍາດ,  ມາເປັນການເບິ່ງແຍງ, ຮັກສາສຸຂະພາບຂອງປະຊາຊົນ, ດ້ວຍທິດນຳທີ່ວ່າເບິ່ງແຍງ, ຮັກສາສຸຂະພາບຂອງປະຊາຊົນເໜືອກ່ວາສິ່ງໃດໝົດ, ແມ່ນພື້ນຖານຍຸດທະສາດ, ຍາວນານ. ພ້ອມກັນນັ້ນແມ່ນການຍົກລະດັບຄຸນນະພາບການແພດ, ສ້າງໂຮງໝໍດີຈີຕອນ, ໂຮງໝໍອັດສະລິຍະ, ກຳນົດວິວັດການປະຕິບັດການຍົກເວັ້ນຄ່າກວດພະຍາດໃຫ້ແກ່ປະຊາຊົນ ໄວເທົ່າທີ່ຈະໄວໄດ້, ກ່ອນອື່ນໝົດແມ່ນການກວດ, ປິ່ນປົວພະຍາດໂດຍບໍເສຍຄ່າໃຫ້ແກ່ເດັກນ້ອຍ.

ໂດຍກ່ຽວຂ້ອງເຖິງການພັດທະນາການສຶກສາບຳລຸງສ້າງ, ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງເຮັດແຈ້ງຂອບເຂດເຕື້ອງເຖິງຂອງຮ່າງມະຕິທີ່ກ່ຽວຂ້ອງເຖິງການສຶກສາມັດທະຍົມ, ອາຊີວະຊັ້ນກາງ, ການສຶກສາຂັ້ນມະຫາວິທະຍາໄລ ແລະ ການສຶກສາຂັ້ນສູງກ່ວາ. ຈາກນັ້ນກຳນົດໜ້າທີ່, ວິທີການເພື່ອແກ້ໄຂບັນດາຈຸດອຸດຕັນ ໃນການສຶກສາ, ພິເສດແມ່ນການເຂົ້າເຖິງກັບການສຶກສາຢູ່ເຂດຫ່າງໄກສອກຫຼີກ, ທະເລໝູ່ເກາະຢ່າງມີຄວາມສະເໝີພາບ.


top