ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ຕ້ອນຮັບ ທ່ານຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ຄຳເຜີຍ ພິລາພາ. ພາບ: ເຢືອງຢາງ/VNA
ຕອນບ່າຍວັນທີ 24 ກໍລະກົດ, ຢູ່ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ໃຫ້ການຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ ຄຳເຜີຍ ພິລາພາ ແລະ ຄະນະຜູ້ແທນສຳນັກຂ່າວສານປະເທດ ລາວ(KPL) ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຕ້ອນຮັບທ່ານຜູ້ອຳນວຍການໃຫຍ່ ຄຳເຜີຍ ພິລາພາ ແລະ ຄະນະຜູ້ແທນສຳນັກຂ່າວສານປະເທດ ລາວ(KPL) ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງໄດ້ຕີລາຄາສູງການພົວພັນຮ່ວມມື ມິດຕະພາບອັນເປັນມູນເຊື້ອ ລະຫວ່າງ 2 ອົງການຂ່າວ 50 ປີຜ່ານມາ.
ທ່ານນາຍົກລັດຖະມົນຕີກ່າວວ່າ, ການນຳຂັ້ນສູງຂອງສອງປະເທດໄດ້ໃຫ້ການພົບປະ, ແລກປ່ຽນປະສົບການພັດທະນາປະເທດ. ຫວຽດນາມ ພວມພັດທະນາໂດຍອີງໃສ່ 3 ເສົາຄ້ຳ, ແມ່ນກໍ່ສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມ, ລະບອບກົດໝາຍສັງຄົມນິຍົມ, ພື້ນຖານເສດຖະກິດການຕະຫຼາດມຸ່ງໄປເຖິງສັງຄົມນິຍົມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຊື່ອໝັ້ນວ່າ, ສຳນັກຂ່າວສານ ຫວຽດນາມ ແລະ ສຳນັກຂ່າວສານ ປະເທດ ລາວ KPL ຈະສືບຕໍ່ປະຕິບັດບັນດາເນື້ອໃນການຮ່ວມມືຢ່າງມີປະສິດທິຜົນ; ຮັກສາທີ່ຕັ້ງ ແລະ ບົດບາດເປັນອົງການຂ່າວສຳຄັນຂອງ ຫວຽດນາມ ແລະ ລາວ, ປະກອບສ່ວນເພີ່ມທະວີການພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, VNA ແລະ KPL ຈະສ້າງແຜນການລະອຽດ, ມີແບບແຜນ ເພື່ອຜັນຂະຫຍາຍຢ່າງມີປະສິດທິຜົນ ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ 2 ອົງການ, ປະກອບສ່ວນສຳເລັດສັນຍາລະຫວ່າງການນຳຂັ້ນສູງ 2 ປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ພ້ອມກັບ ທ່ານນາງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ ຫວູຫວຽດຈາງ ແລະ ທ່ານ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ຄຳເຜີຍ ພິລາພາ ພ້ອມດ້ວຍຄະນະ. ພາບ: ເຢືອງຢາງ/VNA
ສະແດງຄວາມຂອບໃຈ ຢ່າງສູງຢ່າງສູງຕໍ່ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ທີ່ໄດ້ສະຫງວນເວລາໃຫ້ການຕ້ອນຮັບຄະນະຜູ້ແທນ, ທ່ານຜູ້ອຳນວຍການໃຫຍ່ ຄຳເຜີຍ ພິລາພາ ໄດ້ລາຍງານໃຫ້ທ່ານນາຍົກລັດຖະມົນຕີ ຊາບ ກ່ຽວກັບບັນດາການເຈລະຈາຢ່າງສຳເລັດຜົນດ ລະຫວ່າງ ທ່ານກັບ ທ່ານນາງຜູ້ອຳນວຍການໃຫຍ່ສຳນັກຂ່າວຫວຽດນາມ ຫວູຫວຽດຈາງ ພ້ອມທັງບັນດາການເຄື່ອນໄຫວຕ່າງໆ ຂອງຄະນະຜູ້ແທນຢູ່ຫວຽດນາມ; ຂອບໃຈພັກ, ລັດ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ໂດຍສະເພາະແມ່ນ VNA ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ພັກ, ລັດ, ປະຊາຊົນ ລາວ ແລະ KPL ເວົ້າສະເພາະໃນໄລຍະຜ່ານມາ.
ທ່ານຜູ້ອຳນວຍການໃຫຍ່ KPL ຄຳເຜີຍ ພິລາພາ ໃຫ້ຮູ້ວ່າຈະສົມທົບຢ່າງແໜ້ນແຟ້ນກັບສຳນັກຂ່າວສານຫວຽດນາມ ເພື່ອປະຕິບັດຄຳເຫັນຂອງທ່ານນາຍົກລັດຖະມົນຕີ, ໃນນັ້ນຈະຍູ້ແຮງການສື່ຂ່າວ ກ່ຽວກັບປະເທດ, ປະຊາຊົນ, ບັນດາທິດທາງ, ນະໂຍບາຍ, ໝາກຜົນແຫ່ງການພັດທະນາປະເທດຊາດຂອງແຕ່ລະປະເທດ ແລະ ຄວາມໄມຕີຈິດມິດຕະພາບແບບພິເສດ ຫວຽດນາມ-ລາວ; ຕໍ່ສູ້ຕ້ານກັບທັດສະນະທີ່ຜິດພາດ ແລະ ເປັນປໍລະປັກທີ່ທຳລາຍການປະຕິວັດຂອງແຕ່ລະປະເທດ ແລະ ຄວາມມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ຕອນເຊົ້າວັນດຽວກັນ, ສູນສຳນັກຂ່າວສານແຫ່ງຊາດ, ຄະນະຜູ້ແທນສຳນັກຂ່າວສານ ຫວຽດນາມ ນຳໂດຍທ່ານນາງຜູ້ອຳນວຍການໃຫຍ່ ຫວູຫວຽດຈາງ ໄດ້ມີການເຈລະຈາກັບຄະນະຜູ້ແທນ KPL ນຳໂດຍທ່ານທ່ານຜູ້ອຳນວຍການໃຫຍ່ ຄຳເຜີຍ ພິລາພາ.
ແນະນຳກ່ຽວກັບ VNA, ທ່ານນາງຜູ້ອຳນວຍການໃຫຍ່ ຫວູຫວຽດຈາງ ໃຫ້ຮູ້ວ່າ: ວັນທີ 26 ຕຸລາ 2022, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ດຳລັດກຳນົດໜ້າທີ່, ອຳນາດ ແລະ ໂຄງປະກອບການຈັດຕັ້ງຂອງ VNA, ຢືນຢັນບົດບາດຂອງອົງການສື່ມວນຊົນຫຼາກຫຼາຍຮູບແບບ.
ປະຈຸບັນ VNA ມີພະນັກງານ, ລັດຖະກອນ 2.072 ຄົນ, ໃນນັ້ນມີນັກຂ່າວ ແລະ ບັນນາທິການກ່ວາ 1.000 ຄົນ, ສະໜອງຜະລິດຕະພັນຂໍ້ມູນຂ່າວສານ 60 ກວ່າສະບັບ ດ້ວຍ 10 ພາສາ ແລະ ປະເພດ.
ກ່ຽວກັບການຮ່ວມມືສາກົນ, VNA ສືບຕໍ່ຮັກສາການພົວພັນຮ່ວມມືດ້ານວິຊາສະເພາະກັບ 40 ອົງການສຳນັກຂ່າວ, ອົງການໜັງສືພິມຕ່າງປະເທດ, ແລະ ການຮ່ວມມືຫຼາຍຝ່າຍໃນຂອບເຂດບັນດາອົງການຈັດຕັ້ງສາກົນ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, ນັກຂ່າວຂອງສຳນັກຂ່າວສານ ຫວຽດນາມ ປະຈຳ ນະຄອນຫຼວງ ວຽງຈັນ ດ້ວຍການໜູນຊ່ວຍຂອງບັນດາເພື່ອນຮ່ວມງານ KPL ໄດ້ລົງພິມຢ່າງຄົບຖ້ວນ ແລະ ອຸດົມສົມບູນກ່ຽວກັບຂໍ້ມູນຂ່າວສານ ກ່ຽວກັບປະເທດ ລາວ, ກໍຄືຂໍ້ມູນຂ່າວສານ ກ່ຽວກັບການພົວພັນສອງປະເທດ ໃນຊ່ອງສື່ມວນຊົນຂອງ VNA, ໄດ້ບັນດາອົງການໜັງສືພິມຕ່າງໆ ຂອງ ຫວຽດນາມ ຂຸດຄົ້ນ ແລະ ລົງພິມຄືນໃໝ່.
ວາລະສານຂ່າວພາບ ຫວຽດນາມ ສືບຕໍ່ລົງພິມວາລະສານ ແລະ ເວັບໄຊພາກພາສາ ລາວ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ເນື່ອງໃນໂອກາດນີ້, ທ່ານນາງຜູ້ອຳນວຍການໃຫຍ່ ຫວູຫວຽດຈາງ ໄດ້ສະແດງຄວາມຂອບອົກຂອບໃຈບັນດາເພື່ອນຮ່ວມງານ KPL ທີ່ໄດ້ໜູນຊ່ວຍຢ່າງມີປະສິດທິຜົນ ໃນການພິມຈຳໜ່າຍວາລະສານຂ່າວພາບ ຫວຽດນາມ ຢູ່ ລາວ, ໄດ້ຊ່ວຍນຳເອົາຜະລິດຕະພັນສິ່ງພິມການຕ່າງປະເທດນີ້ອອກສູ່ບັນດາແຂວງ, ນະຄອນ ແລະ ໂດຍກົງເຖິງຜູ້ອ່ານຊາວ ລາວຫຼາຍຄົນ...
ທ່ານນາງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານຫວຽດນາມ ຫວູຫວຽດຈາງ ແລະ ທ່ານ ຜູ້ອຳນວຍການໃຫຍ່ ສຳນັກຂ່າວສານປະເທດລາວ ຄຳເຜີຍ ພິລາພາ ໄດ້ມອບບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃຫ້ກັນ. ພາບ: ເຟືອງຮວາ/VNA
VNA ຫວັງວ່າ KPL ຈະສືບຕໍ່ໜູນຊ່ວຍບັນດານັກຂ່າວ VNA ທີ່ເຮັດວຽກປະຈຳຢູ່ ລາວ, ກໍ່ຄືບັນດານັກຂ່າວ, ບັນນາທິການຈະສົ່ງມາ ລາວເພື່ອລາຍງານເຫດການສຳຄັນໃນປີ 2024, ເມື່ອລາວດຳລົງຕຳແໜ່ງປະທານ ອາຊຽນ.
ປີ 2024 ແມ່ນປີທີ່ ລາວຮັບດຳລົງຕຳແໜ່ງເປັນປະທານ ອາຊຽນ, ທ່ານຜູ້ອຳນວຍການໃຫຍ່ KPL ຄຳເຜີຍ ພິລາພາ ໄດ້ຮຽກຮ້ອງໃຫ້ VNA ສະໜັບສະໜູນ ເພື່ອປະກອບສ່ວນໃນການຖ່າຍທອດຂ່າວສຳຄັນ ໃນໄລຍະນີ້.
ເນື່ອງໃນໂອກາດນີ້, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ວ່າດ້ວຍການຮ່ວມມື ໃນສະພາບການໃໝ່. ໃນການຢ້ຽມຢາມ ແລະ ເຮັດວຽກກັບສຳນັກຂ່າວສານ ຫວຽດນາມຄັ້ງນີ້, ຄະນະຜູ້ແທນ KPL ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສູນເຕັກນິກ ແລະ ວາລະສານຂ່າວພາບ ຫວຽດນາມ.