ຕອນເຊົ້າວັນທີ 27 ມິຖຸນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ໄດ້ເປັນປະທານວາລະປະຊຸມຫົວເລື່ອງສະເພາະກ່ຽວກັບກົດໝາຍ.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເປັນປະທານວາລະປະຊຸມຫົວເລື່ອງສະເພາະກ່ຽວກັບກົດໝາຍ (ພາບ: VGP/Nhật Bắc)
ທີ່ວາລະປະຊຸມລັດຖະບານ ບັນດາສະມາຊິກໄດ້ປະກອບຄຳເຫັນໃຫ້ຮ່າງກົດໝາຍຫຼາຍສະບັບລວມມີ: ກົດໝາຍວ່າດ້ວຍພາສີອາກອນ, ກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ), ກົດໝາຍວ່າດ້ວຍການເພີ່ມທະວີມາດຕາຈຳນວນໜຶ່ງຂອງກົດໝາຍວ່າດ້ວຍທະນາຄານແຫ່ງລັດ, ກົດໝາຍວ່າດ້ວຍການຕ້ານການຝອກເງິນ ແລະ ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ… ສຳລັບຮ່າງກົດໝາຍບັນດາສະບັບນີ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກຄຳຮຽກຮ້ອງຕ້ອງສ້າງລະບອບລະບຽບການໃຫ້ສົບບູນແບບຢ່າງຂ້ຽວຂາດ, ເດັດຂາດບໍ່ປະໃຫ້ເກີດລະບຽບການບໍລິຫານໃໝ່ເຂົ້າບັນດາມາດຖານດ້ານເຕັກນິກ, ແກ້ໄຂຈຸດອຸດຕັ້ນເພື່ອພັດທະນາເສດຖະກິດ ສັງຄົມ. ທ່ານໃຫ້ຮູ້ວ່າ:
ກຳນົດການສ້າງລະບອບລະບຽບການກົດໝາຍ ໃຫ້ສົມບູນແບບ ແລະ ການກວດກາ, ຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍແມ່ນໜ້າທີ່ຈຸດສຸມ, ລຸ້ລ່ວງ ແລະ ເປັນປະຈຳຂອງບັນດາກະຊວງ, ຂະແໜງການ, ສູນກາງ. ສຸມໃສ່ຢ່າງຂ້ຽວຂາດເພື່ອສຳຫຼວດກວດຄືນລະບົບກົດໝາຍ ແລະ ເປັນຕົ້ນແມ່ນບັນດາບັນຫາພວມພົ້ນເດັ່ນຂຶ້ນຄືກົດໝາຍວ່າດ້ວຍທີ່ດິນ, ກົດໝາຍສະບັບຕ່າງໆໄດ້ເຕື້ອງເຖິງ, ຍັງມີຂໍ້ກຳນົດໃດຕ້ອງໄດ້ຮັບການຄົ້ນຄ້ວາ ເພື່ອສະເໜີແນະຢ່າງທັນການ ບັນດາເອກະສານໃດຕ້ອງໄດ້ຮັບການສ້າງໃຫ້ສົມບູນແບບ.