ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ ສອງຝ່າຍຕ້ອງສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ຫັນເນື້ອໃນຫຸ້ນສ່ວນຍຸດທະສາດເປັນລະອຽດ, ຊຸກຍູ້ດູນການຄ້າ, ຄວາມຍືນຍົງ, ເປີດກວ້າງຕະຫຼາດ, ເຊື່ອມຕໍ່ວິສາຫະກິດ ແລະ ພັດທະນາບັນດາລະບົບການສະໜອງ, ລະບົບມູນຄ່າລວມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ພົບປະກັບ ທ່ານປະທານສະພາແຫ່ງຊາດ ລາວ ສອນໄຊ ສີພັນດອນ (ພາບ: VNA)
ຕອນບ່າຍວັນທີ 3 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ເລມິງຮຶງ ໄດ້ພົບປະກັບ ທ່ານປະທານສະພາແຫ່ງຊາດ ລາວ ສອນໄຊ ສີພັນດອນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ຢັ້ງຢືນ ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດສູງສຸດໃນການພົວພັນກັບ ລາວ. ພ້ອມທັງຈະປະສານສົມທົບກັນຢ່າງແໜ້ນແຟ້ນກັບລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງ ລາວ ຫັນຄວາມຮັບຮູ້ລວມ ແລະ ຄຳໝັ້ນສັນຍາຂອງການນຳຂັ້ນສູງກາຍເປັນໂຄງການ, ກິດຈະກຳຮ່ວມມືແທດຈິງ, ສຳຫຼວດກວດຄືນຄວາມຄືບໜ້າຢ່າງເປັນປະຈຳ, ແກ້ໄຂຄວາມຫຍຸ້ງຍາກຢ່າງທັນການ, ຮັບປະກັນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ເຫັນດີເປັນເອກະພາບຢ່າງມີປະສິດທິຜົນ; ເພີ່ມທະວີການປະສານສົມທົບລະຫວ່າງສະພາແຫ່ງຊາດ ແລະ ລັດຖະບານ ສອງປະເທດ, ເສີມຂະຫຍາຍບົດບາດຂອງສະພາແຫ່ງຊາດໃນການສ້າງສຳເລັດກອບນິຕິກຳ ແລະ ການຕິດຕາມກວດກາບັນດາໂຄງການ, ລາຍການຮ່ວມມື.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັກວ່າ ສອງຝ່າຍຕ້ອງສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ; ຫັນເນື້ອໃນຫຸ້ນສ່ວນຍຸດທະສາດເປັນລະອຽດ, ຊຸກຍູ້ດູນການຄ້າ, ຄວາມຍືນຍົງ, ເປີດກວ້າງຕະຫຼາດ, ເຊື່ອມຕໍ່ວິສາຫະກິດ ແລະ ພັດທະນາບັນດາລະບົບການສະໜອງ, ລະບົບມູນຄ່າລວມ.
ສ່ວນທ່ານ ສອນໄຊ ສີພັນດອນ ຢັ້ງຢືນ ລາວ ຈະສືບຕໍ່ປະສານສົມທົບກັບ ຫວຽດນາມ ຢ່າງແໜ້ນແຟ້ນໃນບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍທີ່ຕ່າງມີຄວາມສົນໃຈ, ເພີ່ມທະວີການແລກປ່ຽນຂໍ້ມູນ, ປະສານສົມທົບຫຼັກໝັ້ນຢູ່ບັນດາກົນໄກຫຼາຍຝ່າຍ.
ແລະກໍ່ໃນຕອນບ່າຍວັນທີ 3 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ເຈິ່ນເກິມຕູ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ໄດ້ຕ້ອນຮັບ ທ່ານປະທານສະພາແຫ່ງຊາດ ລາວ ສອນໄຊ ສີພັນດອນ. ນະທີ່ນີ້, ໂດຍຢັ້ງຢືນພັກ ແລະ ລັດ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ໃຫ້ບຸລິມະສິດສູງສຸດ ໃຫ້ແກ່ພົວພັນກັບ ລາວ, ທ່ານ ເຈິ່ນເກິມຕູ ເນັ້ນໜັກວ່າ ຫວຽດນາມ ສະໜັບສະໜູນຢ່າງແຮງຕໍ່ພາລະກິດແຫ່ງການປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດຂອງ ລາວ; ກຽມພ້ອມການຮ່ວມເດີນທາງ, ໜູນຊ່ວຍພັກ, ລັດ ແລະ ປະຊາຊົນ ລາວໃນທຸກກໍລະນີ; ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຂໍ້ມູນ, ແບ່ງປັນບົດຮຽນປະສົບການ ລະຫວ່າງບັນດາອົງການທີ່ເປັນເສນາທິການຂອງສອງພັກ, ເປັນຕົ້ນແມ່ນວຽກງານກໍ່ສ້າງພັກ, ການຈັດຕັ້ງ, ບຸກຄະລາກອນ, ການກວດກາ, ຕິດຕາມກວດກາ ແລະ ສ້າງລະບົບການເມືອງ.