ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ: ຖື​ລະ​ດັບ​ການ​ຊົມ​ໃຊ້​ໃນ​ຕົວ​ຈິງ​ຂອງ​ປະ​ຊາ​ຊົນ​ເປັນ​ໄມ້ຫຼາ​ວັດ​ແທກ ຕີ​ລາ​ຄາ​ປະ​ສິດ​ທິ​ຜົນ​ຂອງ​ໂຄງ​ການ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຊີ້​ແຈ້ງວ່າ: ນີ້​ເປັນ​ຄັ້ງ​ທຳ​ອິດ ​ຂອງໂຄງ​ການ​ທີ່​ມີ​ຂອບ​ຂະ​ໜາດກວມ​ລວ​ມໃນ​ວົງ​ກວ້າງ, ກ່ຽວ​ຂ້ອງ​ເຖິງຫຼາຍ​ຂະ​ແໜງ​ການ, ຂົງ​ເຂດ, ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ປະ​ຊາ​ຊົນ​ນັບ​ສິບ​ລ້ານ​ຄົນ, ພິ​ເສດ​ແມ່ນ​ເຂດ​ຊົນ​ນະ​ບົດ, ພູ​ສູງ ແລະ ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວ​ນ​ໜ້ອຍ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ ເປັນ​ປະ​ທານກອງ​ປະ​ຊຸມ​ທາງໄກ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ການພັດ​ທະ​ນາ​ວັດ​ທະ​ນະ​ທຳ - ສັງ​ຄົມ, ຊົນ​ນະ​ບົດ, ຊົນ​ເຜົ່າ ແລະ ເຂດ​ພູ​ສູງ​ໄລ​​ຍະ 2026 – 2035 (ພາບ: VNA)

ວັນ​ທີ 15 ຕຸ​ລາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິນ​ຮຶງ ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ສູນ​ກາງ​​ການປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ວ່າ​ດ້ວຍ​ການພັດ​ທະ​ນາ​ວັດ​ທະ​ນະ​ທຳ - ສັງ​ຄົມ, ຊົນ​ນະ​ບົດ, ຊົນ​ເຜົ່າ ແລະ ເຂດ​ພູ​ສູງ​ໄລ​​ຍະ 2026 – 2035 ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ທາງ​ໄກ​ກ່ຽວ​ກັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ໂຄງ​ການ. ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິນ​ຮຶງ ຊີ້​ແຈ້ງວ່າ: ນີ້​ເປັນ​ຄັ້ງ​ທຳ​ອິດ ​ຂອງໂຄງ​ການ​ທີ່​ມີ​ຂອບ​ຂະ​ໜາດກວມ​ລວ​ມໃນ​ວົງ​ກວ້າງ, ກ່ຽວ​ຂ້ອງ​ເຖິງຫຼາຍ​ຂະ​ແໜງ​ການ, ຂົງ​ເຂດ, ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ປະ​ຊາ​ຊົນ​ນັບ​ສິບ​ລ້ານ​ຄົນ, ພິ​ເສດ​ແມ່ນ​ເຂດ​ຊົນ​ນະ​ບົດ, ພູ​ສູງ ແລະ ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວ​ນ​ໜ້ອຍ. ທ່ານ ຮຽກ​ຮ້ອງວ່າ:

ການ​ໂຮມ​ບັນ​ດາ​ລາຍ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ຕ້ອງ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ​ໃນ​ການ​ຄຸ້ມ​ຄອງ, ຫຼຸດ​ຜ່ອນ​ຫົວ​ໜ່ວຍປະ​ສານ​ງາມ, ຫຼຸດ​ຜ່ອນ​ການ​ປະ​ຕິ​ບັດ​ລະ​ບຽບ​ການ​ບໍ​ລິ​ຫານ ແລະ ແກ້​ໄຂ​ສະ​ພາບ​ການ​ທັບ​ຊ້ອນກັນ; ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້​ບັນ​ດາ​ແຫຼ່ງ​ກຳ​ລັງ; ສຸມ​ໃສ່​ແຫຼ່ງ​ກຳ​ລັງ​ແຫ່ງ​ລັດ​ເພື່ອ​ລົງ​ທຶນ​ຢ່າງ​ມີ​ຈຸດ​ສຸມ. ໃຫ້​ບຸ​ລິ​ມະ​ສິດ​ບັນ​ດາ​ໜ້າ​ທີ່​ຈຳ​ເປັນ, ມີ​ຜົນ​ກະ​ທົບ​ໂດຍ​ກົງ​ຕໍ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ຄື ນ້ຳ​ປະ​ປາ, ດິນ​ຢູ່ອ​າ​ໄສ, ດິນ​ທຳ​ການຜະ​ລິດ, ຮັບ​ປະ​ກັນ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ປະ​ຊາ​ຊົນ, ທ້ອງ​ຖິ່ນ​ທີ່​ປະ​ສົບ​ຄວາມ​ຫຍຸ້ງຍ​າກ ແລະ ບັນ​ດາ​ເປົ້າ​ໝາຍ​ທີ່​ມີ​ຄວາມ​ສ່ຽງ​ສູງກວ່າ​ໝູ່. ຕ້ອງ​ຖື​ໝາກ​ຜົນ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ, ຄາດ​ໝາຍ, ປະ​ສິດ​ທິ​ຜົນ​ໃນ​ການການ​ນຳ​ໃຊ້​ແຫຼ່ງ​ກຳ​ລັງ ແລະ ລະ​ດັບ​ຊົມ​ໃຊ້​ໃນ​ຕົວ​ຈິງ ຂອງ​ປະ​ຊາ​ຊົນ​ແມ່ນ​ໄມ້ຫຼາ​ວັດ​ແທກຕີ​ລາ​ຄາ​​ມີ​ປ​ະ​ສິດ​ທິ​ຜົນ​ຂອງ​ໂຄງ​ການ.


top