ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຂ້າຫຼວງ​ໃຫຍ່ EU ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ CPTPP

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ໃຫ້ສືບ​ຕໍ່​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຄ້າ​ເປີດ, ອີງຕາມຂໍ້​ກຳ​ນົດ​ກົດ​ໝາຍ ແລະ ປັບ​ປຸງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ກັບ WTO ຢູ່​ຕຳ​ແໜ່ງ​ໃຈ​ກາງ.
  ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ຂ້າຫຼວງ​ໃຫຍ່ EU ແລະ ບັນ​ດາ​ລັດ​ຖະ​ມົນ​ຕີ CPTPP (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 16 ພະ​ຈິກ,ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິ​ງ​ຮຶງ ໃຫ້​ການ​ຕ້ອນ​ຮັບ​ ຂ້າຫຼວງ​ໃຫຍ່​ການ​ຄ້າ ແລະ ຄວາມ​ໝັ້ນ​ຄົງ​ເສດ​ຖະ​ກິດ​ ຂອງ​ສະ​ຫະ​ພາບ ເອີ​ລົບ (EU), ບັນ​ດາ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ບັນ​ດາ​ປະ​ເທ​ດ​ສະ​ມາ​ຊິກ ສົ​ນ​ທິ​ສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວ​ໜ້າ​ຂ້າມ​ປາ​ຊີ​ຟິກ (CPTPP).

ໂດຍ​ເນັ້ນ​ໜັກ​ຕື່ມ​ທິດ​ທາງ​ຈຳ​ນວນ​ໜຶ່ງ​ຂອງ CPTPP ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ໃຫ້ສືບ​ຕໍ່​ສາ​ມັກ​ຄີ, ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ຄ້າ​ເປີດ, ອີງຕາມຂໍ້​ກຳ​ນົດ​ກົດ​ໝາຍ ແລະ ປັບ​ປຸງ​ລະ​ບົບ​ການ​ຄ້າຫຼາຍ​ຝ່າຍ​ກັບ WTO ຢູ່​ຕຳ​ແໜ່ງ​ໃຈ​ກາງ; ສະ​ໜັບ​ສະ​ໜູນ​ການ​ຍົກ​ລະ​ດັບ ແລະ ເປີດກວ້າງ​ສັນ​ຍາ​ບົນ​ພື້ນ​ຖານ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ, ຮັບ​ປະ​ກັນ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ໃນ​ການ​ປະ​ຕິ​ບັດ, ສຳ​ຄັນ​ທີ່​ສຸ​ດ​ແມ່ນ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ຢ່າງ​ແທ້​ຈິງ ໃຫ້​ແກ່​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ. ທ່ານ​ເລ​ມິງ​ຮຶງ ກໍ່​ສະ​ເໜີ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ຮ່ວມ​ມື​ລະ​ຫວ່າງ CPTPP ກັບ​ບັນ​ດາ​ຄູ່​ຮ່ວມ​ມື, ພິ​ເສດ​ແມ່ນ ອາ​ຊ​ຽນ ແລະ EU, ເອົາ​ໃຈ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ສົນ​ທິ​ສັນ​ຍາ, ​ໝູນ​ໃຊ້​ບັນ​ດາ​ທ່າ​ແຮງ​ບົ່ມ​ຊ້ອນ​ຢ່າງ​ສຸດ​ຂີດ​ເພື່ອ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ CPTPP, ASEAN ແລະ EU, ເປັນ​ຕົ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ເຊື່ອມ​ຕໍ່ລະ​ບົບ​ການ​ສະ​ໜອງ, ການ​ຄ້າ ແລະ ການ​ລົ​ງ​ທຶນ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ຫັນ​ເປັນ​ສີ​ຂຽວ, ນະ​ວັດ​ຕະ​ກຳ ແລະ ​ການພັດ​ທະ​ນາ​ແບບ​ຍືນຍ​ົງ…


top