ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເດີນ​ທາງ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດ ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ຄົບ​ຮອບ 35 ປີ

ຕອນ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ, ທ່ານ ເລ​ມິງ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ ໄປ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ຄົບ​ຮອບ 35 ປີ ແລະ ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ Kazan, ສະ​ຫະ​ພັນ ລັດ​ເຊຍ, ແຕ່​ວັນ​ທີ 26 – 18 ມິ​ຖຸ​ນາ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Vladimir Putin ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ ລັດ​ເຊຍ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເດີນ​ທາງ​ອອກ​ຈາກ ຮ່າ​ໂນ້ຍ ໄປ​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ສຸດຍອດສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ ຄົບ​ຮອບ 35 ປີ (ພາບ: VOV)  

ນີ້​ແມ່ນ​ການ​ປະ​ຕິ​ບັດ​ງານ​ທີ່​ມີ​ຄວາ​ມ​ໝາຍ​ສຳ​ຄັນ​ເປັນ​ພິ​ເສດ, ແມ່ນ​ກາ​ປ​ະ​ຕິ​ບັດ​ງານ​ຢູ່ ສະ​ຫະ​ພັນ ລັດ​ເຊຍ ເປັນ​ຄັ້ງ​ທຳ​ອິດ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໃນ​ຖາ​ນະຕຳ​ແ​ໜ່ງ​ໃໝ່, ເຊິ່ງ​ເປັນ​ປະ​ເທດ​ຄູ່​ຮ່ວມ​ມື​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ມ​ີ​ຄວາມ​ຜູກ​ພັນ​ຢ່າ​ງ​ໜຽວ​ແໜ້ນ ແລະ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຂອງ ຫວຽດ​ນາມ.

ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໃນ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ - ລັດ​ເຊຍ ຄັ້ງ​ນີ້ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ທີ່​ເປັນ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ສັນ​ຕິ​ພາບ, ມິດ​ຕະ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ; ຫັນ​ເປັນ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຮູບຫຼາຍ​ແບບ, ຫຼາຍ​ຝ່າຍ ຕາມ​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ. ນີ້​ກໍ​ແມ່ນ​ສານ​ທີ່​ຈະ​ແຈ້ງ​ ​ຂອງ ຫວຽດ​ນາມກ່ຽວ​ກັບການ​ຖື​ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ ອາ​ຊຽນ - ລັດ​ເຊຍເປັນ​ສຳ​ຄັນ, ປະ​ກອບ​ສ່ວນ​ເສີມ​ຂະ​ຫຍາຍ​ບົດ​ບາດ “ຂົວ​ຕໍ່” ຂອງ ຫວຽດ​ນາມ, ສ້າງ​ກຳ​ລ​ັງ​ໜູນ​ໃໝ່​ຕື່ມ​ອີກ​ໃຫ້​ແກ່​ສາຍ​ພົວ​ພັນ ອາ​ຊຽນ - ລັດ​ເຊຍ; ກ​ໍ​ຄື​​ສາຍ​ພົວ​ພັນ​ມິດ​ຕະ​ພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ແລະ ການ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ ລັດ​ເຊຍ ໃນ​ຕະຫຼອດຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ. 


top