ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽ​ນ ຄັ້ງ​ທີ 48

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48. ວັນ​ທີ 4 ພຶດ​ສະ​ພາ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ໃຫ້​ຮູ້​ວ່າ ໂດຍ​ຕອບ​ສະ​ໜອງ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ, Ferdinand Romualdez Marcos Jr, ປະ​ທານ​ອາ​ຊຽນ 2026, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ຈະ​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48. ກອ​ງ​ປະ​ຊຸມ​ຈະ​ດຳ​ເນີນ​ຢູ່​ນະ​ຄອນ ຟີ​ລິບ​ປິນ​ໃນ​ລະ​ຫວ່າງວັນ​ທີ 7 – 8 ພຶດ​ສະ​ພາ 2026.

top