ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢ້ຽມ​ຢາມ​ຄອບ​ຄົວ​ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ໂອ້​ລົມ​ຢຶ້​ຢາມ​ຖາມ​ຂ່າວ​ກັບ​ຄອບ​ຄົວ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ (ພາບ: VNA)  

ໃນ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຢູ່​ ສ​ປ​ປ.ລາວ, ຕອນ​ເຊົ້າ​ວັນ​ທີ 9 ຕຸ​ລາ, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ໄປ​ຈູດ​ທູ​ບ​ໃຕ້​ທຽນ ແລະ ຢ້ຽມ​ຢາມ​ຄອບ​ຄົວ ທ່ານ​ ໄຊ​ສົມ​ພອນ ພົມວິຫານ ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ.

ຝາກ​ຄຳ​ຢື້​ຢາມ​ຖາມ​ຂ່າວ, ນ້ຳ​ໃຈ​ຄວາມ​ຮັກ​ແພງ​ ເຖິງ​ຄອບ​ຄົວ​ອະ​ດີດ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄຊ​ສົມ​ພອນ ພົມ​ວິ​ຫານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຢັ້ງ​ຢືນເຖິງຄຸນ​ງາມ​ຄວາມ​ດີ​ໃນ​ການ​ປະ​ກອບ​ສ່ວນ​ທີ່​ຍິ່ງ​ໃຫຍ່​ຂອງ​ສະ​ຫາຍທີ່ມີ​ຕໍ່​ການ​ເພີ່ມ​ພ​ູນ​ຄູນ​ສ້າງການ​ພົວ​ພັນ​ມິດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ. ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ເນັ້ນ​ໜັກ​ວ່າ ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ມີ​ຄວາມສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ຍາມ​ໃດ​ກໍ່​ປົກ​ປັກ​ຮັກ​ສາ, ສືບ​ທອດ ແລະ ເສີມ​ຂ​ະ​ຫຍາຍ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ເຊິ່ງ​ການ​ນຳຄົນ​ລຸ້ນກ່ອນ​ຂອງ​ສອງ​ປະ​ເທດ​ໄດ້​ອອກ​ເຫື່ອ​ເທ​ແຮງ​ສ້າງສາ.


top