ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ພັດ​ທະ​ນາ​ເຮືອນ​ຢູ່​ໃຫ້​ເຊົ່າ ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ, ຮີບ​ດ່ວນ ແລະ ຍາວ​ນານ

ການ​ພັດ​ທະ​ນາເຮືອນ​ຢູ່​ໃຫ້​ເຊົ່າ​ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ໂດຍ​ພັກ, ລັດ ກຳ​ນົດ​ແຈ້ງ​ໃນ​ບັນ​ດາ​ການ​ຊີ້​ນຳ​ຫວ່າງ​ແວ້ວ​ນີ້​ຂອງ​ຄະ​ນະ​ເລ​ຂາ ແລະ ສະຫຼຸບ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ.
  ທ່ານ​ນາ​ຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເຮັດ​ວຽກ​ກັບ​ການ​ນຳ​ນະ​ຄອນ ຫ໋າຍ​ຝ່ອງ ແລະ ບັນ​ດາ​ແຂວງ ກ໋​ວາ​ງ​ນິງ, ບັກ​ນິງ, ນິງ​ບິ່ງ, ຮຶງ​ອຽນ (ພາບ: TTXVN)  

ຕອນ​ບ່າ​ຍ​ວັນ​ທີ 1 ມິ​ຖຸ​ນາ, ຢູ່​ຫ໋າຍ​ຝ່ອງ, ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ເລ​ມິງ​ຮຶງ ເປັນ​ປ​ະ​ທານ​ການ​ເຮັດ​ວຽກ​ກັບ​ນະ​ຄອນ​ຫ໋າຍ​ຝ່ອງ ແລະ ບັນ​ດາ​ແຂວງ​ກ໋​ວາງ​ນິງ, ບັກ​ນິງ, ນິງ​ບິ່ງ, ຮຶງ​ອຽນ ຜັນ​ຂະ​ຫຍາຍ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ໂຕ​ເລິມ ກ່ຽວ​ກັບ​ການ​ພັດ​ທະ​ນາເຮືອນ​ຢູ່​ໃຫ້​ເຊົ່​າ​ໃນ​ສະ​ຖານ​ທີ່​ປະ​ຈຳ​ຖິ່ນ.

ກ່າວ​ຄຳ​ເຫັນ​ສະຫຼຸບກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຊີ້​ແຈ້ງວ່າ​ການ​ພັດ​ທະ​ນາເຮືອນ​ຢູ່​ໃຫ້​ເຊົ່າ​ແມ່ນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​ໂດຍ​ພັກ, ລັດ ກຳ​ນົດ​ແຈ້ງ​ໃນ​ບັນ​ດາ​ການ​ຊີ້​ນຳ​ຫວ່າງ​ແວ້ວ​ນີ້​ຂອງ​ຄະ​ນະ​ເລ​ຂາ ແລະ ສະຫຼຸບ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ. ເພາະ​ສະ​ນັ້ນ, ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຕ້ອງ​ເປັນ​ເອ​ກະ​ພາບ​ຄວາມ​ຮັບ​ຮູ້, ຖື​ນີ້​ແມ່ນ​ໜ້າ​ທີ່​ການ​ເມືອງ​ສຳ​ຄັນ, ຮີບ​ດ່ວນ ແລະ ຍາ​ວ​ນານ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ ນີ້​ບໍ່​ພຽງ​ແຕ່​ແມ່ນ​ບັນ​ຫາ​ເຮືອນ​ຢູ່​ເທົ່າ​ນັ້ນ​ຫາກ​ຍັງ​ແມ່ນ​ບັນ​ຫາ​ການ​ໜູນ​ຊ່ວຍ​ສັງ​ຄົມ, ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອ​ນ​ມະ​ນຸດ, ຄວາມ​ສາ​ມາດ​ການ​ແກ້ງ​ແຍ້ງ​ດຶງ​ດູດ​ການ​ລົງ​ທຶນ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ພາກ​ເໜືອ.


top