ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ: ນໍາ​ສະ​ມັດ​ຕະ​ພາບ​ແຮງ​ງານ​ກາຍ​ເປັນ​ກຳ​ລັງ​ໜູນ​ສຳ​ຄັນ​ຂອງ​ການ​ເຕີບ​ໂຕ​ແບບ​ຍືນ​ຍົງ

ໂດຍ​ສືບ​ຕໍ່​ລາຍ​ການ​ເຮັດ​ວຽກຂອງກອ​ງ​ປະ​ຊຸມ​ໃຫຍ່​ກຳ​ມະ​ບານ ຫວຽດ​ນາມ ຄັ້ງ​ທີ XIV, ຕອນ​ເຊົ້າ​ວັນ​ທີ 05 ພຶດ​ສະ​ພາ, ທ່ານ ເລ​ມຶງ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ການ​ແລກ​ປ່ຽນ, ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ຜູ້​ແທນ​ກ່ຽວ​ກັບ​ຫົວ​ຂໍ້ “ກຳ​ມະ​ບານ ຫວຽດ​ນາມ ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ລັດ​ຖະ​ບານ ຍົກ​ສູງ​ສະ​ມັດ​ຕະ​ພາບ​​ແຮງງານ, ປະ​ຕິ​ບັດ​ເປົ້າ​ໝາຍ​ເຕີບ​ໂຕ​ສອງ​ຕົວ​ເລກ”.
)
  ບັນ​ຍາ​ກາດ​ຂອງກອງ​ປະ​ຊຸມ (ພາບ: VOV)  

ໃນ​ການ​ປຶກ​ສາ​ຫາ​ລື, ບັນ​ດາ​ຜູ້​ແທນໄດ້​ເວົ້າ​ເຖິງຫຼາຍ​ບັນ​ດາ​ຫາ​ໃຫຍ່, ຄື: ຍົກ​ສູງ​ສະ​ມ​ັດ​ຕະ​ພາບ​​ແຮງ​ງານ ແລະ ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ; ຮັບ​ປະ​ກັນ​ການ​ດຳ​ລົງ​ຊີ​ວິດ, ສະ​ຫວັດ​ດີ​ການ ແລະ ສ້າງ​ກຳ​ລັງ​ໃຈ​ເຮັດ​ວຽກ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ; ສ້າງ​ສະ​ພາ​ບ​ແວດ​ລ້ອມ​ເຮັດ​ວຽກ​ທີ່​ທັນ​ສະ​ໄໝ, ປອດ​ໄພ ແລະ ຊຸກ​ຍູ້​ນະ​ວັດ​ຕະ​ກຳ.

  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ ​ເຂົ້າ​ຮ່ວມ​ການ​ແລກ​ປ່ຽນ, ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ຜູ້​ແທນ (ພາບ:VOV)  

ໂດຍ​ຮັບ​ຮູ້​ບັນ​ດາ​ຄຳ​ເຫັນ​ປະ​ກອບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ:

“ເພື່ອ​ໃຫ້​ຜູ້​ອອກ​ແຮງ​ງານ​ມີ​ຄວາມ​ສາ​ມາ​ດ​ກຳ​ແໜ້ນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ເປັນ​ເຈົ້າ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ມີ​ກຳ​ລັງ​ຄວາມ​ສາ​ມາດ​ນະ​ວັດ​ຕະ​ກຳ, ບໍ່​ຖືກຫຼ້າຫຼັງ, ບໍ່​ຖືກ​ປະ​ໄວ້​ຢູ່​ທາງຫຼັງ​ໃນ​ສັງ​ກາດ​ຫັນ​ເປັນ​ດີ​ຈີ​ຕອນ​ນັ້ນ ກ່ອນ​ອື່ນ​ໝົດ, ວິ​ສາ​ຫະ​ກິດ​ຕ້ອງ​ເປັນ​ຜູ້ນຳ​ໜ້າ​ປະ​ຕິ​ບັດ ແລະ ຊຸກ​ຍູ້​ວິ​ວັດ​ທະ​ນາ​ການ​ດັ່ງ​ກ່າວ. ລັດ​ຖະ​ບານ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ພັດ​ທະ​ນາ. ລັດ​ຖະ​ບານ ມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ການ​ບຳ​ລຸງ​ທັກ​ສະ​ດີ​ຈີ​ຕອນ, ທັກ​ສະ​ວິ​ຊາ​ອາ​ຊີບ​ໃໝ່, ໜູນ​ຊ່ວຍ​ການ​ບຳ​ລຸງ​ສ້າງ​ຄືນ​ໃໝ່, ບຳ​ລຸງ​ສ້າງ​ຫັນ​ປ່ຽນ​ອາ​ຊີບ, ເພື່ອ​ຮັບ​ປະ​ກັນ​ວຽກ​ເຮັດ​ງານ​ທຳ​ແບບ​ຍືນ​ຍົງ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ ແລະ ຈະ​ມີ​ກົນ​ໄກ​ນະ​ໂຍ​ບາຍ​ເພື່ອ​ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ໃຫ້​ວິ​ສາ​ຫະ​ກິດ​ຍູ້​ແຮງ​ການ​ບຳ​ລຸງ​ສ້າງ, ຊຸກ​ຍູ້​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ ແລະ ຂໍ້​ລິ​ເລີ່ມ​ຂອງ​ຜູ້​ອອກ​ແຮງ​ງານ”.


top