ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອັນ ຮຽກ​ຮ້ອງ​ເນ​ລະ​ເທດ​ການ​ນຳ ຮາ​ມາດ​ສ ແລະ ການປອດ​ການ​ທະ​ຫານ​ຢູ່​ເຂດ ກາ​ຊາ

ນາຍົກລັດຖະມົນຕີປະເທດນີ້, ທ່ານ Benjamin Netanyahu ໄດ້ຍົກອອກຄຳຮຽກຮ້ອງໃໝ່ຈຳນວນໜຶ່ງ ຄືດັ່ງເງື່ອນໄຂຕັດສິນຊີ້ຂາດເພື່ອສິ້ນສຸດສົງຄາມຢູ່ເຂດ ກາຊາ.
ທ່ານ ນາຍົກລັດຖະມົນຕີປະເທດ ອິດສະຣາແອັນ Benjamin Netanyahu (ພາບ: Getty)

ຕອນຄ່ຳວັນທີ 20 ກຸມພາ, ສື່ມວນຊົນ ອິດສະຣາແອັນ ໃຫ້ຂ່າວວ່າ ນາຍົກລັດຖະມົນຕີປະເທດນີ້, ທ່ານ Benjamin Netanyahu ໄດ້ຍົກອອກຄຳຮຽກຮ້ອງໃໝ່ຈຳນວນໜຶ່ງ ຄືດັ່ງເງື່ອນໄຂຕັດສິນຊີ້ຂາດເພື່ອສິ້ນສຸດສົງຄາມຢູ່ເຂດ ກາຊາ. ນັ້ນແມ່ນ: ເນລະເທດການນຳຂະບວນການ ຮາມາດສ ທັງໝົດ, ຫັນເປັນການປອດການທະຫານ ແລະ ຕັ້ງເຂດ ກາຊາ ຢູ່ພາຍໃຕ້ສິດຄວບຄຸມດ້ານຄວາມໝັ້ນຄົງຂອງ ອິດສະຣາແອັນ. ເງື່ອນໄຂເພີ່ມເຕີມດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີ Netanyahu ຍົກອອກມາພາຍຫຼັງທີ່ ຮາມາດສ ສົ່ງມອບຊາກສົບຕົວປະກັນ 04 ຄົນ ໄດ້ 2 – 3 ຊົ່ວໂມງ.

        ນັກຊ່ຽວຊານພາກພື້ນຈຳນວນໜຶ່ງມີຄວາມວິຕົກກັງວົນຕໍ່ເລື່ອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ  ຍົກອອກເງື່ອນໄຂໃໝ່ ເພື່ອຢຸດຕິສົງຄາມຢູ່ເຂດ ກາຊາ, ອາດຈະສົ່ງຜົນກະທົບບໍ່ດີຕໍ່ວິວັດທະນາການເຈລະຈາລະຫວ່າງ ອິດສະຣາແອັນ ແລະ ຮາມາດສ ກ່ຽວກັບໄລຍະທີ 2 ຂອງຂໍ້ຕົກລົງຢຸດຍິງ.

        ກ່ອນໜ້ານັ້ນ, ໄລຍະທີ 01 ທີ່ແກ່ຍາວເປັນ 6 ສັບປະດາຂອງຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນຢູ່ເຂດ ກາຊາ ທີ່ມີຜົນສັກສິດໃນວັນທີ 19 ມັງກອນ ແລະ ຄາດວ່າຈະໝົດຜົນສັກສິດໃນວັນທີ 01 ມີນາ. ເຖິງຢ່າງໃດກໍຕາມ, ໄລ່ມາຮອດປັດຈຸບັນ, ບັນດາຝ່າຍຍັງບໍ່ທັນເລີ່ມດຳເນີນການເຈລະຈາກ່ຽວກັບໄລຍະທີ 2 ຂອງຂໍ້ຕົກລົງເທື່ອ.


top