ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ຜົນ​ສຳ​ເລັດ​ຂ​ອງ​ປີ APEC 2027 ປະ​ກອບ​ສ່ວນ​ເຂົ້າ​ສັນ​ຕິ​ພາບ, ການ​ຮ່ວມ​ມື, ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ ໃນ​ໂລກ

ຕອນຄ່ຳວັນທີ 28 ກໍລະກົດ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານພິທີປະກາດສ້າງຕັ້ງຄະນະກຳມະການແຫ່ງຊາດ APEC 2027.
  ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VGP/Nhật Bắc)  

ຄະນະກຳມະການແຫ່ງຊາດເວທີປາໄສການຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) 2027 ລວມມີ 19 ສະມາຊິກ, ໃນນັ້ນ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນເປັນປະທານຄະນະກຳມະການແຫ່ງຊາດ APEC 2027.

ກ່າວຄຳເຫັນທີ່ພິທີປະກາດ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນເນັ້ນໜັກວ່າເພື່ອຈັດຕັ້ງສຳເລັດ ປີ APEC 2027, ຫວຽດນາມກຳນົດປີ 2025 ແມ່ນປີເລີ່ມຕົ້ນວຽກງານກະກຽມຢ່າງຮອບດ້ານ, ປີ 2026 ແມ່ນປີປະຕິບັດສຳເລັດໂດຍພື້ນຖານ ແລະ ປີ 2027 ແມ່ນປີດຳລົງຕຳແໜ່ງເປັນເຈົ້າພາບຈັດຂຶ້ນບັນດາການເຄື່ອນໄຫວ.

ກ່າວຄຳເຫັນທີພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ APEC 2027 ຢັ້ງຢືນການຖືເປັນສຳຄັນ ແລະ ຄວາມຕັດສິນໃຈຂອງ ຫວຽດນາມ ໃຫ້ແກ່ໜ້າທີ່ການເມືອງການຕ່າງປະເທດທີ່ມີຄວາມສຳຄັນທີ່ສຸດ. ທ່ານໃຫ້ຮູ້ວ່າ:

ທີໜຶ່ງ ເສີມຂະຫຍາຍຈິດໃຈຮ່ວມມືລະຫວ່າງບັນດາສະມາຊິກ APEC. ທີສອງ, ເສີມຂະຫຍາຍຈິດໃຈປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ ທັງສືບທອດທັງປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ. ທີສາມ, ເສີມຂະຫຍາຍຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈ, ຈິດໃຈ, ຄວາມຮັບຜິດຊອບຢູ່ລະດັບສູງລະຫວ່າງບັນດາອົງການ ກັບທ້ອງຖິ່ນ ເພື່ອໃຫ້ບັນດາໂຄງການໄດ້ຮັບການປະຕິບັດສຳເລັດ, ຮັບປະກັນຖືກຕ້ອງຕາມຄວາມຄືບໜ້າ, ຮັບປະກັນຄຸນນະພາບ, ສະຖາປັດຕະຍາກຳ, ທິວທັດສິ່ງແວດລ້ອມ ສະອາດ - ສີຂຽວ - ງາມຕາ. ທີສີ່, ເສີມຂະຫຍາຍການສະໜັບສະໜູນສົມທົບຂອງບັນດາສະມາຊິກ APEC, ການເຂົ້າຮ່ວມຂອງປະຊາຊົນ ແລະ ປະຊາຄົມວິສາຫະກິດ. ທີຫ້າ, ເສີມຂະຫຍາຍໝາກຜົນຂອງກອງປະຊຸມ APEC ເພື່ອມີປະສິດທິຜົນກ່ວາໃນການພັດທະນາເສດຖະກິດຂອງແຕ່ລະປະເທດ ແລະ ປະຕິບັດບັນດາເປົ້າໝາຍຕາມແຕ່ລະວາລະປະຊຸມຂອງ APEC.

ທ່ານນາຍົກລັດຖະມົນຕີ ເຊື້ອໝັ້ນວ່າ ປີ APEC 2027 ຈະປະຕິບັດສຳເລັດຢ່າງຈົບງາມ, ປະກອບສ່ວນນຳການຮ່ວມມື APEC ຂຶ້ນສູ່ລະດັບສູງໃໝ່, ຕອບສະໜອງຄວາມມຸ່ງຫວັງຂອງບັນດາສະມາຊິກ ແລະ ປະກອບສ່ວນເຂົ້າສັນຕິພາບ, ການຮ່ວມມື, ພັດທະນາ ແລະ ວັດທະນາຖາວອນຢູ່ອາຊີ - ປາຊີຟິກ ແລະ ໃນໂລກ


top